ບໍລິສັດຜະລິດຖົງລົມນິລະໄພ ທາກາຕະຍື່ນເລື່ອງລົ້ມລະລາຍ

ບໍລິສັດ ທາກາຕະ ຜູ້ຜະລິດຖົງລົມນິລະໄພຊື່ດັງຈາກຍີ່ປຸ່ນ ຍື່ນເລື່ອງຂໍລົ້ມລະລາຍຕໍ່ສານທັງຢູ່ຍີ່ປຸ່ນ ແລະ ອາເມລິກາ ພ້ອມພາລະໜີ້ສິນທີ່ສູງເຖິງ 1 ຕື້ເຢນ ເຊິ່ງເປັນຜົນມາຈາກວິກິດຖົງລົມນິລະໄພທີ່ເປັນສາເຫດການຮຽກຄືນລົດຫລາຍກວ່າ 100 ລ້ານຄັນທົ່ວໂລກ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 26 ມິຖຸນາວ່າ: ບໍລິສັດ ທາກາຕະ ໜຶ່ງໃນຜູ້ຜະລິດອຸປະກອນດ້ານຄວາມປອດໄພໃນລົດຍົນໃຫຍ່ທີ່ສຸດຂອງໂລກຈາກຍີ່ປຸ່ນ ຍື່ນຄຳຮ້ອງຕໍ່ສານລົ້ມລະລາຍນະຄອນຫລວງໂຕກຽວ ເພື່ອຂໍຮັບການຮັກສາຊັບ ແລະ ຂໍໃຫ້ສານມີຄຳສັ່ງຟື້ນຟູກິດຈະການ ໂດຍຍັງບໍ່ມີການເປີດເຜີຍລາຍລະອຽດເພີ່ມຕື່ມ, ແຕ່ສື່ທ້ອງຖິ່ນລາຍງານວ່າ: ພາລະໜີ້ສິນຂອງທາກາຕະໃນປັດຈຸບັນສູງເຖິງ 1 ຕື້ເຢນ (ປະມານ 75.600 ຕື້ກວ່າກີບ) ແລະ ຖືເປັນການຂໍລົ້ມລະລາຍຕາມກົດໝາຍທີ່ມີມູນຄ່າສູງສຸດໃນປະຫວັດສາດຂອງຜູ້ຜະລິດໃນວົງການອຸດສາຫະກຳຂອງຍີ່ປຸ່ນ.
ທັງນີ້, ການຍື່ນເອກະສານຕໍ່ສານຢູ່ນະຄອນຫລວງໂຕກຽວມີຂຶ້ນພາຍຫລັງສາຂາຂອງທາກາຕະຢູ່ອາເມລິກາຍື່ນຄຳຮ້ອງຂໍຮັບການຮັກສາຊັບຈາກສານຕາມມາດຕາ 11 ຂອງກົດໝາຍລົ້ມລະລາຍອາເມລິກາ ແລະ ບໍລິສັດ ຄີ ເຊຟຕີ ຊິສເຕັມ (KSS) ເຊິ່ງຢູ່ພາຍໃນການບໍລິຫານຂອງບໍລິສັດໜິງໂປ ຈອຍສັນ ເອເລັກໂຕຣນິກ ຢູ່ຈີນ ກຽມເຂົ້າຄອບຄອງຊັບສິນທັງໝົດຂອງທາກາຕະທີ່ມີມູນຄ່າປະມານ 1.580 ລ້ານໂດລາສະຫະລັດ, ຍົກເວັ້ນສ່ວນຂອງທຸລະກິດທີ່ກ່ຽວຂ້ອງກັບຖົງລົມນິລະໄພ ໂດຍຈະຍັງຮັກສາພະນັກງານສ່ວນໜຶ່ງຂອງທາກາຕະທີ່ມີຢູ່ປະມານ 60.000 ຄົນ ແລະ ຈະບໍ່ປິດໂຮງງານຢູ່ຍີ່ປຸ່ນ, ຂະນະທີ່ສາຂາຢູ່ຕ່າງປະເທດທັງໝົດຂອງທາກາຕະທີ່ມີຢູ່ອີກ 12 ແຫ່ງ ກຽມຍື່ນຄຳຮ້ອງຕໍ່ສານລົ້ມລະລາຍໃນປະເທດນັ້ນເຊັ່ນກັນ.
ຈາກບໍລິສັດທີ່ເກືອບຈະບໍ່ຮູ້ມາກ່ອນ ໂດຍເປີດກິດຈະການໃນປີ 1933 ຢູ່ນະຄອນຫລວງໂຕກຽວ, ທາກາຕະກ້າວຂຶ້ນສູ່ການເປັນໜຶ່ງໃນຜູ້ຜະລິດອຸປະກອນເສີມດ້ານຄວາມປອດໄພພາຍໃນລົດຍົນລາຍໃຫຍ່ທີ່ສຸດຂອງໂລກ. ເຖິງຢ່າງໃດກໍຕາມ, ທາກາຕະບັນລຸຂໍ້ຕົກລົງຍອມຄວາມກັບກະຊວງຍຸຕິທຳອາເມລິກາໃນເດືອນມັງກອນຜ່ານມາ ຈ່າຍຄ່າເສຍຫາຍມູນຄ່າ 1.000 ລ້ານໂດລາສະຫະລັດ ກ່ຽວກັບກໍລະນີຄວາມບົກຜ່ອງດ້ານລະບົບການເຮັດວຽກຂອງຖົງລົມນິລະໄພ ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນທົ່ວໂລກໃນຮອບ 1 ທົດສະວັດຜ່ານມາ ສ່ວນຫລາຍເກີດຂຶ້ນຢູ່ອາເມລິກາ, ສ່ວນບໍລິສັດຜະລິດລົດຍົນຊັ້ນນຳ ບໍ່ວ່າຈະເປັນໂຕໂຍຕາ, ຮອນດ້າ, ນິສສັນ ແລະ ເຈເນີຣັລ ມໍເຕີ (GM) ຕ້ອງຮຽກຄືນລົດລວມກັນຫລາຍກວ່າ 100 ລ້ານຄັນ ນັບແຕ່ປີ 2013 ເປັນຕົ້ນມາ.

