ຍີ່ປຸ່ນ ຈະຮັກສາພັດທະນາການພົວພັນເສດຖະກິດກັບ ອາຊຽນ ແລະ ຫວຽດນາມ

ທ່ານ Kawada ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ແມ່ນບັນດາຄູ່ຮ່ວມມືສຳຄັນທີ່ສຸດສຳລັບ ຍີ່ປຸ່ນ ທາງດ້ານເສດຖະກິດ, ການເມືອງ ແລະ ການທູດ. ສຳລັບ ອາຊຽນ, ການພົວພັນເສດຖະກິດ ລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ຈະສືບຕໍ່ເພິ່ມທະວີ ແລະ ເຮັດໃຫ້ເລິກເຊິ່ງກ່ວາອີກ.
ຂໍ້ສັງເກດຂອງທ່ານ Atsusuke Kawada , ຫົວໜ້ານັກເສດຖະກິດອາວຸໂສຂອງອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO), ເຫັນວ່າ: ລັດຖະບານຊຸດໃໝ່ ຂອງຍີ່ປຸ່ນ ຈະສືບຕໍ່ຮັກສານະໂຍບາຍການພົວພັນຕ່າງປະເທດກັບ ຫວຽດນາມ ຄືກັນກັບນະໂຍບາຍພາຍໃຕ້ສະໄໝກຳອຳນາດຂອງທ່ານ Shinzo Abe ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ. ເພື່ອເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ດ້ານເສດຖະກິດນັ້ນ, ທ່ານ Kawada ເນັ້ນວ່າ: ຕ້ອງຍູ້ແຮງການແລກປ່ຽນກຳລັງຊັບພະຍາກອນລະຫວ່າງ ສອງປະເທດ, ສ້າງການພົວພັນຊ່ວຍເຫຼືອເຊີ່ງກັນ ແລະ ກັນຕ່າງຝ່າຍຕ່າງມີຜົນປະໂຫຍດ. ບັນດານັກຊ່ຽວຊານໃຫ້ຄຳສັງເກດວ່າ ຈຳນວນໂຄງການລົງທຶນ ຂອງບັນດາບໍລິສັດຂອງຫວຽດນາມ ຢູ່ຍີ່ປຸ່ນຈະເພີ່ມຂຶ້ນ.
ທ່ານ Kawada ໃຫ້ຂໍ້ສັງເກດອີກວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ແມ່ນບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດສຳລັບ ຍີ່ປຸ່ນ ທາງດ້ານເສດຖະກິດ, ການເມືອງ ແລະ ການທູດ.
ສຳລັບ ອາຊຽນ, ການພົວພັນດ້ານເສດຖະກິດ ລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ຈະສືບຕໍ່ໄດ້ຮັບການເພິ່ມທະວີທາງກ້ວາງ ແລະ ທາງເລິກ.
ບັນດາສັນຍາການຄ້າເສລີ ແລະ ສັນຍາຄູ່ຮ່ວມມືເສດຖະກິດລະຫວ່າງ ຍີ່ປຸ່ນ ແລະ ບັນດາປະເທດອາຊຽນ, ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າປາຊີຟິກ (CPTPP), ເວທີປາໄສຮ່ວມມືເສດຖະກິດອາຊີ – ປາຊີຟິກ (APEC) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ນັ້ນ ພວມຢູ່ໃນໄລຍະດັດປັບຂັ້ນສຸດທ້າຍ, ນັກຊ່ຽວຊານຫວັງວ່າ ການພົວພັນລະຫວ່າງ ຍີ່ປຸ່ນ ແລະ ອາຊຽນຈະສືບຕໍ່ໄດ້ຮັບການເພີ່ມທະວີທັງທາງກ້ວາງ ແລະ ເຂົ້າສູ່ລວງເລິກກ່ວາເກົ່າ.
ຂ່າວ: ລູກເມືອງພວນ (ແຫຼ່ງຂ່າວ huunghivietlao, ວັນທີ 9 ກັນຍາ 2020)

