ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 7 ກັນຍາ 2020

- ອິນເດຍມີຜູ້ຕິດເຊື້ອ COVID-19 ຫລາຍກວ່າ 94.000 ຄົນໃນວັນທີ 6 ກັນຍາຜ່ານມາ ເຊິ່ງເປັນສະຖິຕິສູງສຸດທົ່ວໂລກ ໂດຍປັດຈຸບັນຕົວເລກແຕ່ລະມື້ຂອງອິນເດຍນັ້ນຫລາຍກວ່າຈຳນວນຜູ້ຕິດເຊື້ອໂດຍລວມຂອງຈີນ, ສ່ວນຜູ້ຕິດເຊື້ອທັງໝົດມີ 4,2 ລ້ານຄົນ ແລະ ໄດ້ແຊງບຣາຊິລໄປແລ້ວ ເຫລືອພຽງອາເມລິກາເທົ່ານັ້ນທີ່ຍັງມີຜູ້ຕິດເຊື້ອຫລາຍກວ່າອິນເດຍ.
ເມືອງ Delhi ຂອງອິນເດຍໄດ້ເປີດໃຫ້ບໍລິການລົດໄຟໃຕ້ດິນອີກເທື່ອໜຶ່ງຫລັງຈາກ 5 ເດືອນທີ່ຢຸດໄປ ແລະ ຂະນະດຽວກັນລັດ Victoria ເຊິ່ງເປັນຈຸດສູນກາງການແຜ່ລະບາດໃນປະເທດອົດສະຕຣາລີ ທີ່ເມືອງ Melbourne ໄດ້ຂະຫຍາຍການ Lockdown ໄປຈົນຮອດວັນທີ 27 ກັນຍາ.
- ຊາວເບລາຣຸສຫລາຍໝື່ນຄົນ ອອກມາປະທ້ວງໃນທ້າຍອາທິດທີ 4 ຕິດຕໍ່ກັນ ເພື່ອຕໍ່ຕ້ານປະທານາທິບໍດີ Alexander Lukashenko ເຊິ່ງຈັດການເລືອກຕັ້ງຂຶ້ນເມື່ອນເດືອນຜ່ານມາ ເພື່ອໃຫ້ຕົນເອງໄດ້ຢູ່ໃນອຳນາດຕໍ່ໄປ.
ຂະນະດຽວກັນ, ຕຳຫລວດໄດ້ຈັບກຸມຜູ້ປະທ້ວງ 30 ຄົນໃນ Minsk ເຊິ່ງເປັນເມືອງຫລວງຂອງປະເທດ ສຳລັບການແຫ່ຂະບວນປະທ້ວງຢ່າງຜິດກົດໝາຍ.
ແລະ ຍັງມີອີກເຫດການປະທ້ວງທີ່ຄ້າຍຄືກັນຢູ່ເມືອງຮົງກົງ ເຊິ່ງຕຳຫລວດໄດ້ຈັບກຸມຜູ້ປະທ້ວງເກືອບ 300 ຄົນໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ສຳລັບການເລື່ອນການເລືອກຕັ້ງສະພານິຕິບັນຍັດຂອງເມືອງອອກໄປເປັນໄລຍະເວລາ 1 ປີ ເຊິ່ງກຳນົດເກົ່າຈະເກີດຂຶ້ນໃນວັນທີ 6 ກັນຍານີ້.
- ສຳນັກຂ່າວ Financial Times ລາຍງານວ່າ: ໃນອາທິດນີ້ ລັດຖະບານອັງກິດຈະເຜີຍແຜ່ຮ່າງກົດໝາຍທີ່ອະນຸຍາດໃຫ້ຕົນເອງສາມາດເອົາຊະນະບາງສ່ວນຂອງຂໍ້ຕົກລົງໃນການຖອນຕົວອອກຈາກສະຫະພາບເອີຣົບ (Brexit) ລວມທັງຂໍ້ຕົກລົງທາງພາສີທີ່ມຸ່ງເປົ້າໃສ່ການປ້ອງກັນຊາຍແດນໃນເຂດໄອຣິຊ.
ແນ່ນອນວ່າການກະທຳນີ້ຈະເຮັດໃຫ້ເກີດຄວາມແຕກແຍກໃນການເຈລະຈາ Brexit ເຊິ່ງກຳລັງດຳເນີນຕໍ່ໄປໃນອາທິດນີ້ ແລະ ປັດຈຸບັນມີທ່າອ່ຽງສູງວ່າຈະບໍ່ເປັນໄປດ້ວຍດີ. ຂະນະທີ່ຫົວໜ້າຜູ້ເຈລະຈາຂອງອັງກິດກ່າວໃນວັນທີ 6 ກັນຍາວ່າ: ລັດຖະບານຂອງພວກທ່ານບໍ່ຢ້ານທີ່ຈະຍ່າງອອກໄປໂດຍບໍ່ມີຂໍ້ຕົກລົງ (No-Deal Brexit).
- ທຳນຽບຂາວ ແລະ ສະພາຄອງເກຣດໄດ້ບັນລຸຂໍ້ຕົກລົງຮ່ວມກັນທີ່ຈະໃຫ້ເງິນສະໜັບສະໜູນລັດຖະບານກາງຂອງອາເມລິກາ ໄປຈົນຮອດເດືອນທັນວານີ້ ເພື່ອຫລີກລ່ຽງການປິດຕົວລົງຂອງບໍລິສັດພາຍໃນປະເທດ ໂດຍ Steven Mnuchin ລັດຖະມົນຕີກະຊວງການເງິນ ກ່າວວ່າ: ລາຍລະອຽດຈະເຜີຍແຜ່ໃນອາທິດນີ້.
ນອກຈາກນີ້, ຍັງມີການເຈລະຈາແຍກຕ່າງຫາກກ່ຽວກັບມາດຕະການກະຕຸ້ນເສດຖະກິດເພີ່ມຕື່ມ ເພື່ອຊົດເຊີຍຄວາມເສຍຫາຍຈາກການລະບາດຂອງ COVID-19 ກຳລັງດຳເນີນຢູ່ ໂດຍສະມາຊິກວຸດທິສະພາຈະມີການປະຊຸມກັນໃໝ່ໃນວັນທີ 8 ກັນຍານີ້.
- ຜູ້ພິພາກສາຂອງລັດຖະບານກາງອາເມລິກາ ໄດ້ສັ່ງໃຫ້ສຳນັກງານສຳຫລວດສຳມະໂນປະຊາກອນຂອງອາເມລິກາຢຸດແຜນການເພື່ອສະຫລຸບຕົວເລກຂອງປີນີ້ກ່ອນກຳນົດ ໂດຍໃນເດືອນຜ່ານມາ ປະທານາທິບໍດີ ໂດນັລ ທຣຳ ໄດ້ຊຸກຍູ້ໃຫ້ໜ່ວຍງານສະຫລຸບຕົວເລກອອກມາໃນເດືອນກັນຍານີ້ ເຖິງວ່າຈະມີການແຜ່ລະບາດເກີດຂຶ້ນ. ຂະນະທີ່ພັນທະມິດພາຍໃນເມືອງ ແລະ ລັດ ລວມທັງກຸ່ມສິດທິພົນລະເມືອງ ໄດ້ຮຽກຮ້ອງໃຫ້ສຳນັກງານເຮັດວຽກຂອງພວກເຂົາໄປຈົນຮອດເດືອນຕຸລາ ຕາມທີ່ຕັ້ງໃຈໄວ້ໃນຕອນທຳອິດ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດໃນຊົນກຸ່ມນ້ອຍ.
- Heiko Maas ລັດຖະມົນຕີຕ່າງປະເທດຂອງເຢຍລະມັນ ໄດ້ກົດດັນໃຫ້ຣັດເຊຍຮ່ວມມືກັບການ ສອບສວນການວາງຢາພິດຂອງ Alexei Navalny ນັກການເມືອງຝ່າຍຄ້ານຂອງຣັດເຊຍ ໂດຍ Maas ບອກກັບສຳນັກຂ່າວວ່າ: ການດື້ແພ່ງຂອງຣັດເຊຍຈະເປັນອັນຕະລາຍຕໍ່ໂຄງການທໍ່ສົ່ງ ແກັສ Nord Stream 2 ເຊິ່ງເປັນສິ່ງທີ່ພວກເຂົາຮ່ວມສ້າງຂຶ້ນໃຕ້ທະເລບອນຕິກ.
ຂະນະດຽວກັນ ລັດຖະບານຣັດເຊຍໄດ້ອອກມາປະຕິເສດຕະຫລອດວ່າ: Navalny ເຊິ່ງຍັງຢູ່ໃນອາ ການໜັກ ໃນໂຮງໝໍທີ່ນະຄອນຫລວງເບີລິນ ເມືອງຫລວງຂອງປະເທດເຢຍລະມັນນັ້ນ ບໍ່ໄດ້ຖືກວາງຢາ ພິດແບບທີ່ໃຜຫລາຍຄົນກ່າວອ້າງ.
- Amazon ສັ່ງຫ້າມການຂາຍເມັດພັນ (Seeds) ຈາກຕ່າງປະເທດໃນອາເມລິກາ ຫລັງຈາກລູກ ຄ້າຫລາຍພັນຄົນໄດ້ຮັບສິນຄ້າທີ່ພວກເຂົາບໍ່ຕ້ອງການທາງໄປສະນີ ເຊິ່ງສ່ວນຫລາຍສົ່ງມາຈາກ ຈີນ. ຂະນະທີ່ການສົ່ງມອບດັ່ງກ່າວຖືເປັນສ່ວນໜຶ່ງຂອງການສໍ້ໂກງທີ່ດຳເນີນການໂດຍຜູ້ຂາຍໃນ ເວັບໄຊ E-Commerce ເພື່ອລວບລວມບົດວິຈານ (Reviews) ໃນທາງບວກ.
ນອກຈາກນີ້ ກົມກະສິກຳຂອງອາເມລິກາ ຍັງໄດ້ອອກມາເຕືອນເພື່ອຕໍ່ຕ້ານບໍ່ໃຫ້ຄົນປູກເມັດພັນ ເຫລົ່ານັ້ນ ເຊິ່ງອາດເປັນພາຫະຂອງພະຍາດ, ແມງໄມ້ ແລະ ສັດຕູພືດ.

