ທຣຳ-ໄບເດນ ໂຕ້ວາທີດຸເດືອດເຫດປະທ້ວງຢູ່ພອດແລນ ອຸ່ນເຄື່ອງກ່ອນເລືອກຕັ້ງໃຫຍ່ 3 ພະຈິກນີ້

ວັນທີ 31 ສິງຫານີ້, ປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ແລະ ທ່ານ ໂຈ ໄບເດນ ຜູ້ສະໝັກຊີງຕຳແໜ່ງຜູ້ນຳອາເມລິກາ ຈາກພັກເດໂມແຄຣດ ວິວາທະເດືອດເຫດປະທ້ວງຢູ່ພອດແລນ ລັດໂອເຣກອນ ທ່າມກາງກະແສຄວາມບໍ່ພໍໃຈຈາກກໍລະນີທ້າວ ຈາຄ໊ອບ ເບລກ ເຊື້ອສາຍອາຟຣິກາ-ອາເມລິກາ ຖືກຕຳຫລວດຍິງຈາກທາງຫລັງ ຈົນໄດ້ຮັບບາດເຈັບສາຫັດ ເມື່ອວັນທີ 23 ສິງຫາຜ່ານມາ ຢູ່ເມືອງເຄໂນຊາ ລັດວິສຄອນຊິນ ໂດຍມີຜູ້ເສຍຊີວິດຈາກເຫດປະທ້ວງຢູ່ເມືອງພອດແລນແລ້ວຢ່າງໜ້ອຍ 1 ຄົນ ພ້ອມຄວາມເຄັ່ງຕຶງທີ່ຂະຫຍາຍຕົວເປັນວົງກວ້າງເພີ່ມຂຶ້ນ.
ໂດຍທ່ານ ໄບເດນ ໄດ້ປະນາມເຫດຄວາມຮຸນແຮງທີ່ເກີດຂຶ້ນ ພ້ອມຮຽກຮ້ອງໃຫ້ທ່ານ ທຣຳ ສະແດງຈຸດຢືນຈາກກໍລະນີທີ່ເກີດຂຶ້ນ “ຄວາມຮຸນແຮງທີ່ເກີດຂຶ້ນຢູ່ເມືອງພອດແລນເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້, ຂ້າພະເຈົ້າຂໍປະນາມຄວາມຮຸນແຮງທີ່ເກີດຂຶ້ນນີ້ ລວມທັງຄວາມຮຸນແຮງໃນທຸກຮູບແບບ ບໍ່ວ່າຈະເກີດຂຶ້ນຈາກໃຜ, ຈາກຝ່າຍຊ້າຍ ຫລື ຝ່າຍຂວາກໍຕາມ ແລະ ຂ້າພະເຈົ້າຂໍທ້າໃຫ້ທ່ານ ໂດນັລ ທຣຳ ສະແດງຈຸດຢືນດຽວກັນນີ້”.
ສ່ວນຜູ້ນຳອາເມລິກາ ຊີ້ ໄບເດນ ອ່ອນແອເກີນກວ່າຈະແກ້ໄຂບັນຫາອາດຊະຍາກຳ ພ້ອມຊວນພົນລະເມືອງອາເມລິກາຕັ້ງຄຳຖາມເຖິງເຫດຄວາມຮຸນແຮງທີ່ເກີດຂຶ້ນເລື້ອຍໆ ໂດຍສະເພາະໃນເຂດພື້ນທີ່ທີ່ພັກເດໂມແຄຣດມີສຽງສ່ວນຫລາຍໃນຕອນນີ້ ສະທ້ອນເຖິງການແກ້ໄຂບັນຫາແບບບໍ່ມີປະສິດທິພາບ ພ້ອມກ່າວເຖິງກຸ່ມຜູ້ສະໜັບສະໜູນຂອງຕົນວ່າເປັນຜູ້ຮັກຊາດທີ່ຍິ່ງໃຫຍ່ “GREAT PATRIOTS”.
ຂະນະທີ່ທ່ານ ໄບເດນ ລະບຸວ່າ: “ທ່ານ ທຣຳ ເປັນຕົວກະຕຸ້ນໃຫ້ເກີດການໃຊ້ຄວາມຮຸນແຮງ, ທ່ານເຊື່ອວ່າຄຳເວົ້າກ່ຽວກັບກົດໝາຍ ແລະ ກົດລະບຽບຈະຊ່ວຍເຮັດໃຫ້ທ່ານແຂງແກ່ນຂຶ້ນ, ແຕ່ຄວາມລົ້ມເຫລວຂອງທ່ານຈະຢຸດຢັ້ງກຸ່ມຜູ້ສະໜັບສະໜູນບໍ່ໃຫ້ໃຊ້ຄວາມຮຸນແຮງ ສະທ້ອນໄດ້ເປັນຢ່າງດີກວ່າທ່ານອ່ອນແອຊໍ່າໃດ” ໂດຍທ່ານ ໄບເດນ ຈະຊວນພົນລະເມືອງອາເມລິກາຕັ້ງຄຳຖາມຄືນວ່າ: “ທ່ານຮູ້ສຶກປອດໄພຊໍ່າໃດໃນເວລາທີ່ອາເມລິກາມີທ່ານ ໂດນັລ ທຣຳ ເປັນຜູ້ນຳປະເທດ”.
ສ່ວນທ່ານ ເຄດ ບຣາວ ເຈົ້າຄອງລັດໂອເຣກອນຈາກພັກເດໂມແຄຣດ ລະບຸວ່າ: “ຕະຫລອດຫລາຍປີຜ່ານມາ ໂດຍສະເພາະໃນໄລຍະບໍ່ເທົ່າໃດເດືອນຜ່ານມານີ້ ປະທານາທິບໍດີ ໂດນັລ ທຣຳ ມີສ່ວນກະຕຸ້ນໃຫ້ເກີດການແບ່ງແຍກ ແລະ ໃຊ້ຄວາມຮຸນແຮງພາຍໃນປະເທດ ທັງເຫດການຈະລາຈົນຢູ່ຊາລອດສະວິລ ກ່ອນຈະມາເກີດຢູ່ເຄໂນຊາ ແລະ ພອດແລນໃນເວລານີ້”.
ທ່ານ ໄບເດນ ລະບຸວ່າ: “ທ່ານ ໂດນັລ ທຣຳ ເປັນປະທານາທິບໍດີອາເມລິກາ ມາເກືອບ 4 ປີ ອຸນຫະພູມພາຍໃນປະເທດເພີ່ມຂຶ້ນ ເຄັ່ງຕຶງເພີ່ມຂຶ້ນ ແບ່ງແຍກແຕກແຫງຫລາຍຂຶ້ນ ພວກເຮົາທຸກຄົນປອດໄພໜ້ອຍລົງ ເພາະທ່ານ ໂດນັລ ທຣຳ ບໍ່ມີຄວາມສາມາດຈະດຳລົງຕຳແໜ່ງປະທານາທິບໍດີອາເມລິກາ”.
ໂດຍບັນຫາຄວາມຮຸນແຮງທີ່ເຊື່ອມໂຍງກັບກຸ່ມຕໍ່ຕ້ານການຢຽດສີຜິວ ແລະ ເຊື້ອຊາດຢູ່ອາເມລິກາ ຈະເປັນໜຶ່ງໃນບັນຫາສຳຄັນໃນການເລືອກຕັ້ງປະທານາທິບໍດີອາເມລິກາ ໃນວັນທີ 3 ພະຈິກນີ້.

