ລົດໄຟຟ້າສາຍສີຄໍາບໍ່ມີຄົນຂັບຂອງໄທ ພ້ອມໃຫ້ບໍລິການເດືອນຕຸລານີ້

ນະຄອນຫລວງບາງກອກ ຂອງໄທ ໄດ້ເດີນໜ້າໂຄງການກໍ່ສ້າງລົດໄຟຟ້າສາຍສີຄຳ ເພື່ອເປັນລະບົບຂົນສົ່ງມວນຊົນທາງລາງລະບົບຮອງ ເຮັດໜ້າທີ່ເປັນ Feeder ທີ່ສົ່ງຕໍ່ປະຊາຊົນໃນເຂດຊຸມຊົນເບື້ອງທົນບຸຣີໄປລະບົບຂົນສົ່ງມວນຊົນລະບົບຫລັກໄດ້ໂດຍບໍ່ໃຊ້ລົດສ່ວນຕົວ ທັງລົດໂດຍສານປະຈຳທາງ, ເຮືອໂດຍສານແມ່ນ້ຳເຈົ້າພະຍາ ແລະ ລົດໄຟຟ້າບີທີເອັສ 3 ເສັ້ນທາງ ໄດ້ແກ່ ລົດໄຟຟ້າສາຍສີຂຽວສ່ວນຕໍ່ຂະຫຍາຍສາຍສີລົມ, ລົດໄຟຟ້າສາຍສີແດງ ຊ່ວງຫົວລຳໂພງ-ບາງບອນ-ມະຫາໄຊ ແລະ ລົດໄຟຟ້າສາຍສີມ້ວງ ຊ່ວງເຕົາປູນ-ຣາກບູລະນະ.
ສຳລັບຄວາມພິເສດຂອງຂະບວນລົດໄຟຟ້າສາຍສີຄຳ ຄືເປັນລົດໄຟຟ້າແບບບໍ່ມີຄົນຂັບ ໂດຍໃຊ້ລາງນຳທາງ, ມີລໍ້ ແລະ ທາງແລ່ນເປັນຢາງ ເຊິ່ງຈະເຮັດໃຫ້ເກີດຄວາມນຸ້ມນວນ ແລະ ກໍ່ໃຫ້ເກີດສຽງລົບກວນຕໍ່າ, ຫລຸດຂີ້ຝຸ່ນ ແລະ ມົນລະພິດ, ຄວາມໄວສູງສຸດ 80 ກິໂລແມັດຕໍ່ຊົ່ວໂມງ ໂດຍຂະບວນລົດທີ່ໃຊ້ໃນລະບົບນີ້ມີທັງໝົດ 3 ຂະບວນ, ຂະບວນລະ 2 ຕູ້ ຮອງຮັບຜູ້ໂດຍສານໄດ້ 4.000-12.000 ຄົນ/ຊົ່ວໂມງ/ທິດທາງ.
ປັດຈຸບັນ ການກໍ່ສ້າງໂຄງການດັ່ງກ່າວຄືບໜ້າແລ້ວ 95% ແລະ ຢູ່ລະຫວ່າງການທົດສອບລະບົບການແລ່ນລົດ ໂດຍຄາດວ່າຈະພ້ອມໃຫ້ບໍລິການແກ່ປະຊາຊົນໃນເດືອນຕຸລາຈະເຖິງນີ້.

