ວິທີເບິ່ງແຍງຕົນເອງຫລັງສັກຟິນເລີ ເຊົາໄວງາມໄວທັນໃຈ

ເພື່ອຄວາມງາມຫລາຍໆຄົນຕັດສິນໃຈເຮັດສັນຍະກຳ ແລະ ການສັກ ຫລື ສີດຟິນເລີ ໃນປັດຈຸບັນຖືວ່າໄດ້ຮັບຄວາມນິຍົມຫລາຍ ຈຶ່ງເຮັດໃຫ້ທ່ານຍິງ ຫລື ທ່ານຊາຍຫລາຍຄົນຕັດສິນໃຈສັກຟິນເລີຍົກລະດັບຄວາມງາມຂອງຕົນເອງ ເພື່ອປັບປຸງແກ້ໄຂຮູບໜ້າໃຫ້ງາມສົມໃຈ ຫລື ຕື່ມເຕັມພາກສ່ວນທີ່ຂາດຫາຍ ເພາະທັງປະຢັດເວລາ ແລະ ມີຄ່າໃຊ້ຈ່າຍບໍ່ສູງຫລາຍ.
ຕໍ່ໄປນີ້ແມ່ນວິທີເບິ່ງແຍງຕົນເອງຫລັງສັກຟິນເລີ ເພື່ອໃຫ້ເຊົາໄວງາມໄວສົມໃຈ ມາລອງປະຕິບັດກັນເລີຍ.
- ບໍ່ຄວນນອນຫງາຍ ໃນໄລຍະ 3 – 4 ຊົ່ວໂມງຫລັງການສັກ : ເນື່ອງຈາກໃນໄລຍະ 3 – 4 ຊົ່ວໂມງຫລັງການສັກ ສານຟິນເລີຍັງບໍ່ຄົງສະພາບ ຫາກທ່ານນອນຫງາຍລົງໄປກັບພື້ນ ອາດເຮັດໃຫ້ຟິນເລີໄຫລໄປບໍລິເວນທີ່ບໍ່ຕ້ອງການໄດ້ ທາງທີ່ດີໃຫ້ນອນໝູນໝອນສູງຈົນຄົບເວລາທີ່ກຳນົດ ແລ້ວຈຶ່ງນອນຫງາຍໄດ້ຕາມປົກກະຕິ.
- ຫ້າມອອກກຳລັງກາຍໃນໄລຍະ 48 ຊົ່ວໂມງຫລັງການສັກ : ເພາະການອອກກຳລັງກາຍ ຫລື ຕາກແດດຫລາຍໆຈະເຮັດໃຫ້ເລືອດຟອກໄວກ່ວາປົກກະຕິ ດັ່ງນັ້ນ ຫາກທ່ານອອກກຳລັງກາຍໃນໄລຍະ 48 ຊົ່ວໂມງຫລັງການສັກຟິນເລີ ຈະເຮັດໃຫ້ເລືອດຊຶມເຂົ້າໄປປົນຢູ່ໃນຟິນເລີໄດ້ໃນປະລິມານທີ່ຫລາຍຈົນເກີນໄປ ສົ່ງຜົນໃຫ້ເກີດຮອຍແດງບໍລິເວນທີ່ສັກໄດ້.
- ຫ້າມຮຸກຖູໃບໜ້າແຮງໆ ບໍລິເວນທີ່ຫາກໍສັກຟິນເລີມາ : ການຮຸກຖູໃບໜ້າແຮງໆບໍລິເວນທີ່ຫາກໍສັກຟິນເລີມາຈະເຮັດໃຫ້ສານຟິນເລີເຄື່ອນທີ່ໄປຍັງບໍລິເວນທີ່ບໍ່ຕ້ອງການ ຈະສົ່ງຜົນໃຫ້ໄດ້ຮູບໜ້າທີ່ຜິດຮູບໄດ້.
- ດື່ມນຳ້ຫລາຍໆໃນໄລຍະ 4 ມື້ທຳອິດຫລັງການສັກ : ຫລັກການສັກ ທ່ານຄວນດື່ມນຳ້ໃຫ້ຫລາຍໆ ປະມານມື້ລະ 12 ຈອກ ເພາະນຳ້ຈະເຂົ້າໄປຕື່ມເຕັມຟິນເລີທີ່ສັກເຂົ້າໄປຊ່ວຍໃຫ້ທ່ານໄດ້ຮູບໜ້າທີ່ງາມຢ່າງເປັນທຳມະຊາດຫລາຍຍິ່ງຂຶ້ນ.
- ພາຍໃນ 2 ອາທິດທຳອິດທີ່ສັກ ບໍ່ຄວນໃຫ້ຜິວໜັງຖືກຄວາມຮ້ອນ : ພາຍໃນ 2 ອາທິດຫລັງການສັກຟີນເລີ ທ່ານບໍ່ຄວນໃຫ້ຜິວຖືກຄວາມຮ້ອນ ເຊັ່ນ : ການຮົມຢາ, ເຮັດເລເຊີ ຫລື ການອາບນຳ້ອຸ່ນ ເພາະຄວາມຮ້ອນຈະເຮັດໃຫ້ຟິນເລີເສື່ອມຄຸນນະພາບລົງໄດ້.

