ມີຜູ້ເສຍຊີວິດຈາກໄຂ້ຍຸງລາຍ ຕື່ມອີກໜຶ່ງຄົນຢູ່ສະຫວັນນະເຂດ

ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບຂອງພະຍາດໄຂ້ຍຸງລາຍທົ່ວປະເທດ ໃນວັນທີ 27 ສິງຫານີ້ວ່າ:  ລາວເຮົາ ມີຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 56 ກໍລະນີ ແລະ ມີຜູ້ເສຍຊີວິດເພີ່ມ 1 ຄົນຢູ່ແຂວງສະຫວັນະເຂດ; ນັບແຕ່ວັນທີ 1 ມັງກອນ ຫາ ວັນທີ 27 ສິງຫາ ມີຜູ້ຕິດເຊື້ອ ທັງໝົດ 5.593 ຄົນ ແລະ ເສຍຊີວິດ 10 ຄົນ ໃນນີ້, ແຂວງທີ່ມີການລາຍງານມີຜູ້ຕິດເຊື້ອໄຂ້ຍຸງລາຍຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ ມີເຖິງ 1.300 ຄົນ, ຖັດລົງມາແມ່ນ ບໍລິຄຳໄຊ 654 ຄົນ, ແຂວງວຽງຈັນ 597 ຄົນ, ບໍ່ແກ້ວ 544 ຄົນ ແລະ ສະຫວັນນະເຂດ 519 ຄົນ. ໃນນັ້ນຈຳນວນຜູ້ເສຍຊີວິດນະຄອນຫລວງວຽງຈັນມີ 4 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ, ໄຊຍະບູລີ 1 ຄົນ, ຊຽງຂວາງ 1 ຄົນ ແລະ ສະຫວັນນະເຂດ 1 ຄົນ.

ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສຳລັບກໍລະນີທີ 10 ທີ່ເສຍຊີວິດ ຈາກໄຂ້ຍຸງລາຍ ແມ່ນ ເປັນເພດຍິງ, ອາຍຸ 32 ປີ, ຢູ່ບ້ານ ທ່າສາລາຄຳ, ເມືອງທ່າປາງທອງ, ແຂວງສະຫວັນນະເຂດ. ຜູ້ກ່ຽວ ມີອາການໄຂ້, ເຈັບຫົວ, ປວດຕົນໂຕ ຈຶ່ງໄດ້ມາກວດຢູ່ໂຮງໝໍເມືອງ ໃນວັນທີ 15 ສິງຫາ ໂດຍທ່ານໝໍໄດ້ຕິດຕາມອາການ ແລະ ປິ່ນປົວ ແຕ່ອາການຂອງຜູ້ກ່ຽວ ບໍ່ດີຂຶ້ນ ຖ່າຍເປັນສີດຳ, ເມື່ອຍ, ກະວົນກະວາຍ, ຈາກນັ້ນແພດຈຶ່ງໄດ້ນຳສົ່ງໂຮງໝໍແຂວງ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.

ຕໍ່ການລະບາດຂອງໄຂ້ຍຸງທີ່ມີການເພີ່ມຂຶ້ນນີ້, ທ່ານຮອງຫົວໜ້າກົມດັ່ງກ່າວ ໄດ້ຮຽກຮ້ອງມາຍັງປະຊາຊົນ ແລະ ອຳນາດການປົກຄອງທຸກຂັ້ນຈົ່ງ ຮ່ວມແຮງຮ່ວມໃຈ ໃນການປະຕິບັດ 5ປ ຢ່າງເຄັ່ງຄັດ ໃຫ້ເປັນປະຈຳ ຈຶ່ງຈະສາມາດທຳລາຍແຫລ່ງເພາະພັນຂອງຍຸງໄດ້ ໃຫ້ຖືວ່າແມ່ນໜ້າທີ່, ຄວາມຮັບຜິດ ຊອບຂອງໝົດທຸກຄົນ. ຖ້າທ່ານເປັນໄຂ້ ໃຫ້ຮີບຮ້ອນໄປພົບແພດໝໍ ບໍ່ໃຫ້ຊື້ຢາມາກິນເອງ ເພື່ອຈະໄດ້ຮັບການປິ່ນປົວຢ່າງທັນການ.