ມີຜູ້ເສຍຊີວິດ 15 ຄົນ, ສູນຫາຍ 100 ຄົນຈາກດິນເຈື່ອນຢູ່ຈີນ

ປັກກິ່ງ 25 ມິຖຸນາ: ໜ່ວຍກູ້ໄພກູ້ສົບອອກມາໄດ້ 15 ຄົນຈາກກອງດິນ ແລະ ຫີນຖະຫລົ່ມທັບບ້ານທາງຕາເວັນຕົກສຽງໃຕ້ຂອງຈີນໃນວັນທີ 24 ມິຖຸນາ, ຂະນະທີ່ຄວາມຫວັງພົບຜູ້ສູນຫາຍອີກ 100 ຄົນເລີ່ມຈືດຈາງ.
ເຈົ້າໜ້າທີ່ກ່າວວ່າ: ພົບຜູ້ລອດຊີວິດພຽງ 3 ເທົ່ານັ້ນ ເປັນຄູ່ຜົວເມຍ ແລະ ລູກນ້ອຍອາຍຸ 1 ເດືອນ ພາຍຫລັງກອງດິນ ແລະ ຫີນໄຫລຖະຫລົ່ມມາທັບເຮືອນ 62 ຫລັງໃນບ້ານຊິນໂໝຂອງແຂວງເສສວນ ຝົນຕົກໜັກເຮັດໃຫ້ດິນບໍລິເວນເທິງພູເຈື່ອນລົງມາໃນວັນທີ 24 ມິຖຸນາ. ຜູ້ລອດຊີວິດຍັງນອນຢູ່ໂຮງໝໍໃຫ້ສຳພາດສະຖານີໂທລະພາບ CCTV ຂອງທາງການວ່າ: ຮູ້ສຶກເຮືອນສັ່ນ ແລະ ກອງຫີນຖະຫລົ່ມລົງມາໃນຫ້ອງນັ່ງຫລິ້ນ, ລາວ ແລະ ພັນລະຍາຈຶ່ງຟ້າວອຸ້ມລູກ ແລະ ໜີອອກມາໄດ້ທັນ, ແຕ່ຍັງມີອີກຫລາຍຄອບຄົວທີ່ຖືກຝັງ.

