ອາເບລົວ ປະກາດອຳລາວົງການບານເຕະແລ້ວ ດ້ວຍອາຍຸພຽງ 34 ປີ

ອັລບາໂຣ ອາເບລົວ ປະ ກາດອຳລາວົງການບາເຕະອາ ຊີບຢ່າງເປັນທາງການຮຽບຮ້ອຍແລ້ວ ດ້ວຍອາຍຸພຽງ 34 ປີເທົ່າ ນັ້ນ.
ສຳລັບ ອາເບລົວ ເຂົ້າມາ ເປັນນັກເຍົາວະຊົນຂອງ ທີມຣິນ ມາດຣິດ ຕັ້ງແຕ່ປີ 2001 ກ່ອນ ຂຶ້ນສູ່ທີມຊຸດໃຫຍ່ໃນປີ 2004 ຈາກນັ້ນກໍຍ້າຍໄປຫຼິ້ນກັບ ເດປໍຕິ ໂບ ລາຄໍຣຸນຢາ, ລິເວີພູລ ກ່ອນ ຖືກດຶງກັບຄືນສູ່ຖິ່ນ ຊານຕິໂກ ເບ ນາເບວ ແລະ ຍ້າຍໄປ ເວສແຮມ ຢູໄນເຕັດ ເປັນສະໂມສອນສຸດ ທ້າຍ.
ເຊິ່ງຫຼັງຖືກປ່ອຍໂຕອອກ ທີມ ເວສແຮມ ຢູໄນເຕັດ ຫຼັງຈົບ ລະດູການຜ່ານມາ ຫຼ້າສຸດ ອາເບ ລົວ ໃຫ້ສຳພາດກັບ “ມາກາ” ສື່ ຊື່ດັງແຫ່ງ ສະເປນ ໄດ້ຕັດສິນໃຈ ປະກາດອຳລາສັງວຽນອາຊີບ ແລ້ວ ເພາະໝົດຄວາມທ້າທາຍ ເຖິງວ່າຮ່າງກາຍຍັງສູ້ຕໍ່ໄດ້ກໍ ຕາມ.
ທັງນີ້ ອາເບລົວ ປະສົບ ຄວາມສຳເລັດເປັນຢ່າງຫຼາຍໃນການຍ້າຍກັບມາ ຣິນ ມາດຣິດ ເມື່ອໄລ່ກວາດແຊ໊ມສຳຄັນບໍ່ວ່າ ຈະເປັນ ລາລີກາ, ໂກປາ ເດລເຣ, ຢູຟາ ແຊ໊ມປຽນລີກ, ຟີຟາ ຄລັບ ເວິລ ຄັບ ແລະ ຢູຟາ ຊຸບເປີ ຄັບ ນອກຈາກນີ້ຍັງເປັນໜຶ່ງໃນຜູ້ຫຼິ້້ນ ທີມຊາດສະເປນ ຊຸດຄວ້າແຊ໊ມ ບານໂລກ ເມື່ອປີ 2010 ນຳອີກ