ກາຕາປະຕິເສດຂໍ້ຮຽກຮ້ອງ ຂອງອາຣັບບີ ຊາອຸດິດ
ລັດຖະບານໂດຮາກ່າວວ່າ: ຄວາມຕ້ອງການ 13 ຂໍ້ທີ່ລັດຖະບານຣິຍາດ ແລະ ພັນທະມິດຕັ້ງເປັນເງື່ອນໄຂໃນການຟື້ນຟູການພົວພັນກັບກາຕານັ້ນເປັນໄປບໍ່ໄດ້.
+ ຫລາຍປະເທດຕາເວັນອອກກາງຕັດການພົວພັນກັບກາຕາ
+ UAE ຫ້າມຊາວກາຕາແວ່ປ່ຽນເຮືອບິນ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງໂດຮາ ປະເທດກາຕາ ໃນວັນທີ 24 ມິຖຸນານີ້ວ່າ: ສຳນັກສື່ສານຂອງທຳນຽບນາຍົກລັດຖະມົນຕີກາຕາອອກຖະແຫລງການໃນວັນທີ 24 ມິຖຸນາ ກ່ຽວກັບຄວາມຕ້ອງການ 13 ຂໍ້ຂອງອາຣັບບີ ຊາອຸດິດ, ສະຫະນະຄອນ ເອເມຣັດ ອາຣັບ (UAE), ບາເຣນ ແລະ ເອຢິບ ເຊິ່ງຍື່ນສະເໜີຮ່ວມກັນຜ່ານກູເວດ ໃນຖານະຜູ້ແທນໄກ່ເກ່ຍວ່າ: ຄວາມຕ້ອງການດັ່ງກ່າວເປັນໄປຕາມຈຸດຢືນທີ່ລັດຖະບານໂດຮາປະກາດໄວ້ແຕ່ຕົ້ນວ່າ: ການໃຊ້ມາດຕະການປິດລ້ອມຢ່າງຜິດກົດໝາຍເປັນຄົນລະບັນຫາກັບຄວາມພະຍາຍາມຕໍ່ຕ້ານການກໍ່ການຮ້າຍ, ແຕ່ເປັນຄວາມຕ້ອງການຈຳກັດອະທິປະໄຕ ແລະ ການດຳເນີນນະໂຍບາຍຕ່າງປະເທດຂອງກາຕາ.
ຂະນະທີ່ກະຊວງການຕ່າງປະເທດກາຕາອອກຖະແຫລງການວ່າ: ຂໍ້ຮຽກຮ້ອງທັງໝົດນັ້ນເປັນໄປບໍ່ໄດ້ ແລະ ບໍ່ສາມາດປະຕິບັດຕາມໄດ້ ໂດຍຈາກບັນດາເງື່ອນໄຂທັງ 13 ຂໍ້ທີ່ລັດຖະບານຣິຍາດ ແລະ ພັນທະມິດຕ້ອງການໃຫ້ກາຕາຕອບຮັບພາຍໃນ 10 ວັນ ນັບແຕ່ວັນທີ 23 ມິຖຸນາ ເພື່ອແລກກັບການຟື້ນຟູການພົວພັນທີ່ຕັດຂາດກັນມາແຕ່ວັນທີ 5 ມິຖຸນານັ້ນ ມີຢູ່ 4 ຂໍ້ທີ່ໄດ້ຮັບຄວາມສົນໃຈຈາກຫລາຍຝ່າຍ ຄືການຕັດການພົວພັນທາງການທູດກັບອີຣານ, ການຢຸດອອກອາກາດ ແລະ ເຜີຍແຜ່ຂ່າວສານໃນທຸກຊ່ອງທາງຂອງສະຖານີໂທລະພາບອັດ-ຈາຊີຣາ, ການປິດຖານທັບຕວກກີ ແລະ ການຍົກເລີກມອບຄວາມສະໜັບສະໜູນໃຫ້ແກ່ກຸ່ມກໍ່ການຮ້າຍ ລວມທັງກຸ່ມຮາມັດ ແລະ ກຸ່ມພາລາດອນພາບມຸສລິມ.

