ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫລັກແຫລ່ງ ແຂວງໄຊສົມບູນ

ໃນໂອກາດ ມາເຂົ້າຮ່ວມກອງປະຊຸມ ຄະນະຮັບຜິດຊອບຊີ້ນຳການພັດທະນາເຂດຈຸດສຸມໃຈກາງ ເປີດກວ້າງ ເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ແລະ ເຜີຍແຜ່ກ່ຽວກັບການສ້າງຕັ້ງກອງທຶນພັດທະນາ ໄຊສົມບູນ ທີ່ໄດ້ໄຂຂຶ້ນໃນວັນທີ 20 ສິງຫານີ້. ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ ໄດ້ຖືໂອກາດພົບປະໂອ້ລົມພະນັກງານຫລັກແຫລ່ງ ຂອງແຂວງໄຊສົມບູນ ໃນຕ້ອນເຊົ້າຂອງວັນທີ 21 ສິງຫາ ທີ່ສະໂມສອນເມືອງອະນຸວົງ ໂດຍມີສະຫາຍ ພົຕ ຄຳລຽງ ອຸທະໄກສອນ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ພ້ອມດ້ວຍຄະນະພັກ-ຄະນະນຳ  ແລະ ພະນັກງານຫລັກແຫ່ງຂອງແຂວງ ເຂົ້າຮ່ວມ.

ສະຫາຍຮອງປະທານປະເທດ ໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແຂວງໄຊສົມບູນ ສຸມໃສ່ກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກ ແຂວງ ໃຫ້ມີຄວາມພ້ອມຮອບດ້ານ ແລະ ທັນຕາມເວລາທີ່ໄດ້ກຳນົດໄວ້. ພ້ອມນີ້ ສະຫາຍໄດ້ຊີ້ນຳໃຫ້ແຕ່ລະອະນຸກຳມະການ ເປັນຕົ້ນ ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ ແລະ ອະນຸກຳມະການຂະບວນການ ຈົ່ງຮີບຮ້ອນກວດກາຄືນບັນດາໜ້າວຽກຂອງຕົນ ທີ່ໄດ້ຈັດຕັ້ງປະຕິບັດໄປແລ້ວນັ້ນ ວ່າອັນໃດທີ່ຍັງເປັນຂໍ້ຄ້າງຄາ, ອັນໃດທີ່ຍັງບໍ່ທັນບັນລຸ ຕາມຄາດໝາຍ ແລະ ອັນໃດທີ່ຍັງບໍ່ທັນສົມບູນຄົບຖ້ວນ ແລ້ວພ້ອມກັນສືບຕໍ່ປັບປຸງໜ້າວຽກຂອງຕົນ ໃຫ້ລະອຽດຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງທຸກດ້ານ ເພື່ອຮັບປະກັນໃຫ້ແກ່ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກ ແຂວງ ໄດ້ລຸລ່ວງ ແລະ ມີຄວາມພ້ອມຮ້ອຍສ່ວນຮ້ອຍ.

ຂະນະດຽວກັນ ສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ, ອົງການປົກຄອງທຸກຂັ້ນ ຈົ່ງສືບຕໍ່ປັບປຸງແບບແຜນວິທີນຳພາ ແລະ ເຮັດວຽກ ໃຫ້ເຂົ້າສູ່ລະບຽບຫລັກການ ຢ່າງລະອຽດຈະແຈ້ງ, ໂດຍຢຶດໝັ້ນຕາມຫລັກການຂອງພັກ ຢ່າງເຂັ້ມງວດ, ໃນນັ້ນ ການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ກ້າວເຂົ້າສູ່ການຄຸ້ມຄອງ ດ້ວຍລະບຽບກົດໝາຍ ຢ່າງເຄັ່ງຄັດ ໂດຍສອດຫ້ອຍກັບການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ໃຫ້ພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໄດ້ກຳແໜ້ນເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໄປຄຽງຄູ່ກັບການເຕົ້າໂຮມຄວາມສາມັກຄີພາຍໃນພັກ, ຄວາມສາມັກຄີບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໃຫ້ເປັນປຶກແຜ່ນ, ພ້ອມກັນຕີຖອຍປະກົດການແນວຄິດຄັບແຄບ, ແນວຄິດທ້ອງຖິ່ນ ແລະ ແນວຄິດກຸ່ມກ້ອນ ບໍ່ໃຫ້ເກີດຂຶ້ນພາຍໃນພັກ ແລະ ໃນໝູ່ມະຫາຊົນ ຢ່າງເດັດຂາດ, ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງໜັກແໜ້ນ ໂດຍຕິດພັນກັບການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ   ໂດຍຖືເອົາການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຂອງເຂົາເຈົ້າ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອສ້າງລາຍຮັບເຂົ້າຄອບຄົວ ໃຫ້ມີບາດກ້າວດີຂຶ້ນ, ໝັ້ນຄົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ ພ້ອມກັນພັດທະນາເສດຖະກິດ ຂອງແຂວງໄຊສົມ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າສູ່ຄວາມສີວິໄລ ຂຶ້ນເລື້ອຍໆ.