ສະພາຄວາມໝັ້ນຄົງຮຽກຮ້ອງບັນດາປະເທດຊຸກຍູ້ການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ
ວັນທີ 17 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງດ້ວຍສຽງເຫັນດີ 15 ສຽງ ເຊິ່ງເປັນເອກະພາບກັນຮັບຮອງເອົາມະຕິເລກທີ 2344 ກ່ຽວກັບບັນຫາອັບການິສະຖານ ໂດຍຮຽກຮ້ອງປະຊາຄົມ ໂລກເຕົ້າໂຮມຄວາມເປັນເອກະພາບກັນຊ່ວຍເຫຼືອອັບການິສະຖານ, ເພີ່ມທະວີການຮ່ວມມືເສດຖະກິດໃນພາກພື້ນ ເປັນ ຕົ້ນການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ອື່ນໆ, ຊຸກຍູ້ໃຫ້ບັນດາຝ່າຍສ້າງສະພາບແວດລ້ອມ ເພື່ອຮັບປະກັນ ຄວາມໝັ້ນຄົງໃຫ້ແກ່ການກໍ່ສ້າງໜຶ່ງແລວທາງໜຶ່ງເສັ້ນທາງພ້ອມເພີ່ມທະວີການເຊື່ອມຕໍ່ນະໂຍບາຍ ແລະ ຍຸດທະສາດ ການພັດທະນາ, ສົ່ງເສີມການຮ່ວມມືຕົວຈິງໃນດ້ານການເຊື່ອມໂຍງ ແລະ ເຊື່ອມຈອດກັນ ແລະ ອື່ນໆ. ມະຕິດັ່ງກ່າວ ເນັ້ນວ່າ: ຄວນປະ ຕິບັດຕາມຈິດໃຈຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນການຊຸກຍູ້ການຮ່ວມມືໃນພາກພື້ນ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາຂອງອັບການິສະຖານກໍຄືພາກພື້ນ ແລະ ສ້າງປະຊາຄົມຮ່ວມຊະຕາກຳມວນນະນຸດ.
ຫຼັງສະພາຄວາມໝັ້ນຄົງຜ່ານມະຕິດັ່ງກ່າວ, ທ່ານ ຫຼິວເຈຢີ່ ຜູ້ຕາງໜ້າຖາວອນຂອງຈີນ ປະຈໍາອົງການສະຫະປະ ຊາຊາດ ໄດ້ຢືນຢັນຕໍ່ສື່ມວນຊົນວ່າ: ເດືອນມັງກອນປີນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວປາຖະກະຖາທີ່ສຳ ຄັນຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດທີ່ເຊີແນວ ປະເທດສະວິດ ໂດຍໄດ້ລົງເລິກບັນຍາຍທັດສະນະຄະຕິກ່ຽວ ກັບການກໍ່ສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ ເຊິ່ງໄດ້ສະເໜີແຜນການແບບຈີນເພື່ອຊຸກຍູ້ການພັດທະນາຂອງ ໂລກ ແລະ ຄວາມກ້າວໜ້າຂອງອະລິຍະທຳມະນຸດ. ເທື່ອນີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເປັນເອກະ ພາບກັນຮັບຮອງເອົາມະຕິເລກທີ 2344 ແລະ ເປັນເທື່ອທຳອິດທີ່ໄດ້ບັນທຶກທັດສະນະຄະຕິສຳຄັນກ່ຽວກັບການກໍ່ສ້າງ ປະຊາຄົມຮ່ວມຊະຕາກຳມວນມະນຸດ ເຊິ່ງໄດ້ສະແດງໃຫ້ເຫັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກ ທັງ ສ່ອງແສງໃຫ້ເຫັນເຖິງທັດສະນະຄະຕິຈີນ ແລະ ແຜນການແບບຈີນທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄຸ້ມຄອງທົ່ວໂລກ.

