ຣັດເຊຍເລີ່ມສັກທົດລອງວັກຊີນກັບ 40.000 ຄົນ

ແຫຼ່ງຂ່າວ kenh14, ວັນທີ 20 ສິງຫານີ້ ລາຍງານວ່າ: ຣັດເຊຍຈະເລີ່ມຕົ້ນດຳເນີນການສັກທົດລອງວັກຊີນຕ້ານໂຄວິດ-19 ເປັນວົງກ້ວາງ, ຫຼາຍກວ່າ 40.000 ຄົນໃນອາທິດໜ້ານີ້. ການສັກຢາຄັ້ງນີ້ ຈະມີບັນດານັກວິທະຍາສາດຕ່າງປະເທດຕິດຕາມຢ່າງໃກ້ສິດ.
ວັກຊີນຕ້ານໂຄວິດ-19 Sputnik V ໄດ່ຮັບໃນຢັ້ງຢືນຈາກລັດຖະບານຣັດເຊຍ ແລະ ຢືນຢັນວ່າມີຄວາມປອດໄພ ແລະ ມີປະສິດທິພາບສູງ ພາຍຫຼັງມີການທົດລອງກັບຄົນເປັນເວລາ 2 ເດືອນມາແລ້ວ.
ອີງຕາມສະຖາບັນ Gamaleya, ບໍລິສັດພັດທະນາວັກຊີນດັ່ງກ່າວໃຫ້ຮູ້ວ່າ: 40.000 ຄົນທີ່ຈະເຂົ້າຮ່ວມການສັກທົດລອງນັ້ນ ແມ່ນມາຈາກ 45 ສູນການແພດໃນທົ່ວປະເທດຣັດເຊຍ.
ຂໍ້ມູນດັ່ງກ່າວແມ່ນຖືກສົ່ງໄປໃຫ້ອົງການອະນາໄມໂລກແລ້ວ ແລະ ມີບາງປະເທດຍັງສະແດງຄວາມເປັນຫ່ວງຕໍ່ຄຸນນະພາບຂອງຢາ ແລະ ຮຽກຮ້ອງໃຫ້ມີຄວາມລະມັດລະວັງໃນເມື່ອມີການສັກທົດລອງເປັນວົງກ້ວາງຄືແນວນີ້. ຊຶ່ງລວມມີທັງລັດຕ່າງໆ ໃນອາຣັບເອກກະພາບ, ອິນເດຍ, ບຣາຊີນ ຟີລິບປິນ ແລະ ຊາອຸດີອາຣາເບຍ ອີກດ້ວຍ.
ຂ່າວ: ລູກເມືອງພວນ.

