ສ.ເກົາຫລີ ເລີ່ມໃຊ້ “ບ່ອນນັ່ງຖ້າລົດເມ” ຂ້າເຊື້ອ-ວັດແທກອຸນຫະພູມໄດ້ ແລະ ມີໄວຟາຍຟຣີ

ສ.ເກົາຫລີ ຕິດຕັ້ງ “ບ່ອນນັ່ງຖ້າລົດເມອັດສະລິຍະ” ໃນນະຄອນຫລວງເຊອຸນ ຫລັງໂຄວິດ-19 ຍັງລະບາດ ໂດຍວັດແທກອຸນຫະພູມໄດ້ ແລະ ມີລະບົບຂ້າເຊື້ອ ພ້ອມມີບ່ອນສາກແບັດເຕີຣີ ແລະ ໄວຟາຍຟຣີ.
ສຳນັກຂ່າວຣອຍເຕີ ລາຍງານວ່າ: ສ.ເກົາຫລີ ເລີ່ມໃຊ້ບ່ອນນັ່ງຖ້າລົດເມອັດສະລິຍະໃນນະຄອນຫລວງເຊອຸນ ເມືອງຫລວງຂອງປະເທດ ທີ່ສາມາດກວດວັດແທກອຸນຫະພູມຂອງຜູ້ໂດຍສານກ່ອນຂຶ້ນລົດ ຫລັງພົບກຸ່ມການລະບາດຫລາຍຈຸດໃນເມືອງຫລວງ ໂດຍມີລັກສະນະເປັນຫ້ອງແກ້ວ, ຕິດຕັ້ງເຄື່ອງປັບອາກາດ, ມີອຸປະກອນຂ້າເຊື້ອຢູ່ມື ແລະ ລະບົບແສງອັລຕາໄວໂອເລັດ ເພື່ອເຮັດຄວາມສະອາດອາກາດພາຍໃນ ລວມທັງກ້ອງວົງຈອນປິດ ແລະ ໜ້າຈໍດິຈິຕອນ ທີ່ຈະຄອຍເຕືອນຜູ້ໂດຍສານເມື່ອລົດເມໃກ້ມາຮອດ. ນອກຈາກນີ້ ຜູ້ໂດຍສານຍັງສາມາດສາກຄອມພິວເຕີ ຫລື ໂທລະສັບມືຖື ແລະ ມີໄວຟາຍໃຫ້ໃຊ້ຟຣີລະຫວ່າງຖ້າລົດນຳອີກ.
ກ້ອງກວດຈັບຄວາມຮ້ອນບໍລິເວນປະຕູປ້າຍຢຸດລົດ ຈະອະນຸຍາດໃຫ້ສະເພາະຜູ້ໂດຍສານທີ່ມີອຸນຫະພູມຕໍ່າກວ່າ 37,5 ອົງສາ ເຂົ້າໄປພາຍໃນ. ຂະນະທີ່ກ້ອງອີກໜ່ວຍໜຶ່ງໄດ້ຮັບການຕິດຕັ້ງໃນລະດັບຕໍ່າ ເພື່ອໃຊ້ກວດວັດແທກອຸນຫະພູມຂອງເດັກນ້ອຍ.
ບ່ອນນັ່ງຖ້າລົດເມອັດສະລິຍະນີ້ໄດ້ຮັບການອອກແບບ ແລະ ຕິດຕັ້ງໃນເຂດຊອງດົງ ທາງຕາເວັນອອກຂອງນະຄອນຫລວງເຊອຸນເປັນລຳດັບທຳອິດ ແລະ ທາງການຈະຂະຫຍາຍການຕິດຕັ້ງບ່ອນນັ່ງຖ້າລົດເມອັດສະລິຍະໃນພື້ນທີ່ອື່ນໆເພີ່ມອີກ, ແຕ່ຕ້ອງໃຊ້ງົບປະມານຂ້ອນຂ້າງສູງ.

