ລາວ-ຈີນ ແລກປ່ຽນບົດຮຽນການນຳພາຂອງພັກຕໍ່ວຽກງານຖະແຫລງຂ່າວ

ກອງປະຊຸມທິດສະດີ ຄັ້ງທີ VI ລະຫວ່າງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ ພາຍໃຕ້ຫົວຂໍ້ “ບົດຮຽນ ແລະ ວິທີການປັບປຸງການນຳພາຂອງພັກ ຕໍ່ວຽກງານຖະແຫລງຂ່າວ ແລະ ສື່ມວນຊົນໃນສະພາບການໃໝ່” ໄດ້ຈັດຂຶ້ນໃນວັນທີ 22-23 ມິຖຸນານີ້ ທີ່ນະຄອນໂປອາວ ແຂວງ ຫາຍນານ ສປ ຈີນ. ກອງປະຊຸມໃນຄັ້ງນີ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໜັ້ນຄົງຍາວນານ ຕາມທິດ 4 ດີ ລະຫວ່າງ ລາວ-ຈີນ ພວມໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ຫຼີວ ສີປາວ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ.
ໃນກອງປະຊຸມໄດ້ຮັບຟັງບົດຄຳເຫັນຫລັກຂອງສະຫາຍ ຫຼີວ ສີປາວ ພາຍໃຕ້ຫົວຂໍ້: “ບົດຮຽນ ແລະ ວິທີການເພີ່ມທະວີ ແລະ ປັບປຸງການນຳພາຂອງພັກ ຕໍ່ວຽກງານຖະແຫລງຂ່າວ ແລະ ຫາງສຽງສື່ມວນຊົນ” ແລະ ບົດຄໍາເຫັນຫລັກຂອງສະຫາຍ ຈັນສີ ໂພສີຄໍາ ໃນຫົວຂໍ້: “ພັກປະຊາຊົນປະຕິວັດລາວ ນຳພາວຽກງານຖະແຫລງຂ່າວ ແລະ ສື່ມວນຊົນ ໃນສະພາບການໃໝ່”. ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງບົດຄຳເຫັນຂອງຜູ້ແທນສອງຝ່າຍ ຈຳນວນ 10 ບົດ ເພື່ອເປັນການແລກປ່ຽນບົດຮຽນ ແລະ ສົນທະນາລົງເລິກເຂົ້າໃສ່ບັນດາເນື້ອໃນທີ່ສອງຝ່າຍມີຄວາມສົນໃຈ ທັງໃນແງ່ທິດສະດີ ແລະ ພຶດຕິກຳຂອງແຕ່ລະພັກທີ່ພົວພັນເຖິງການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຕໍ່ວຽກງານຖະແຫລງຂ່າວ ແລະ ສື່ມວນຊົນໃນສະພາບການໃໝ່.
ບັນດາບົດລາຍງານ ແລະ ຄວາມເຫັນແລກປ່ຽນໄດ້ສະທ້ອນໃຫ້ເຫັນວ່າ: ເຖິງວ່າແຕ່ລະຝ່າຍມີມຸມມອງ ແລະ ວິທີເບິ່ງບັນຫາທີ່ແຕກຕ່າງກັນ, ແຕ່ສອງພັກພວກເຮົາລ້ວນແຕ່ເປັນພັກດຽວກໍາອໍານາດ, ນໍາພາປະເທດກໍ່ສ້າງ ແລະ ເສີມຂະຫຍາຍລະບອບສັງຄົມນິຍົມ, ສອງພັກມີສາຍພົວພັນມິດຕະພາບອັນເປັນມູນເຊື້ອມີມາຢ່າງຍາວນານ, ມີຄວາມສາມັກຄີສະໜິດແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈກັນ ແລະ ຮ່ວມມືຮອບດ້ານ. ຍ້ອນແນວນັ້ນ, ຈຶ່ງມີຫລາຍຈຸດພິເສດທີ່ຄ້າຍຄືກັນ ນັບທັງດ້ານທິດສະດີ ແລະ ພຶດຕິກໍາ ເຊິ່ງໃນນັ້ນສອງພັກລ້ວນແຕ່ມີຄວາມຮັບຮູ້ ແລະ ໃຫ້ຄວາມສໍາຄັນຕໍ່ວຽກງານຖະແຫລງຂ່າວ ແລະ ສື່ມວນຊົນ ເຊິ່ງແມ່ນພາລະກິດທີ່ມີຄວາມສຳຄັນໃນການກໍ່ສ້າງພັກ, ແມ່ນວິທີການ ແລະ ມາດຕະການໃນການຍົກສູງ ແລະ ເຊີດຊູບົດບາດໃນການກຳອຳນາດ ແລະ ນຳພາຂອງພັກໃນສະພາບການໃໝ່, ເງື່ອນໄຂໃໝ່ ແລະ ສິ່ງທ້າທາຍໃໝ່ໃນຍຸກປັດຈຸບັນ. 2 ພັກ, 2 ລັດ ລາວ-ຈີນ ພວມຢູ່ໃນໄລຍະທີ່ສຳຄັນແຫ່ງການພັດທະນາເສດຖະກິດ-ສັງຄົມ ກໍຄືການກໍ່ສ້າງ ແລະ ປັບປຸງພັກໃຫ້ມີຄວາມປອດໃສ, ໜັກແໜ້ນ ແລະ ເຂັ້ມແຂງ ແລະ ກຳລັງຜະເຊີນກັບສິ່ງທ້າທາຍທົດສອບຫລາຍປະການ ໂດຍສະເພາະແມ່ນບັນຫາການຄຸ້ມຄອງສື່ໃໝ່, ການນຳພາ ແລະ ຄຸ້ມຄອງຫາງສຽງສັງຄົມຜ່ານອິນເຕີເນັດທີ່ໄດ້ກາຍເປັນພາລະກິດອັນໃໝ່ ແລະ ເປັນໜ້າທີ່ທີ່ໜັກໜ່ວງສຳລັບສອງພັກພວກເຮົາ. ກອງປະຊຸມລະຫວ່າງ 2 ພັກຄັ້ງນີ້ ເປັນໂອກາດດີທີ່ສອງຝ່າຍໄດ້ພ້ອມກັນລົງເລິກຄົ້ນຄວ້າ ແລະ ແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກຳ ເພື່ອປະກອບສ່ວນເຮັດໃຫ້ການນຳພາຂອງພັກ ຕໍ່ວຽກງານຖະແຫລງຂ່າວ ແລະ ຫາງສຽງສື່ມວນຊົນໃນສະພາບການໃໝ່ມີປະສິດທິຜົນຍິ່ງໆຂຶ້ນ.

