UN ຄາດປະຊາກອນໂລກບັນລຸ 9.800 ລ້ານຄົນໃນອີກ 33 ປີ

ສະຫະປະຊາຊາດ 22 ມິຖຸນາ: ສຳນັກງານກິດຈະການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ (UNDESA) ເຜີຍແຜ່ລາຍງານລະບຸວ່າ: ຈຳນວນປະຊາກອນໂລກຈະເພີ່ມຂຶ້ນຈາກ 7.600 ລ້ານຄົນເປັນ 9.800 ລ້ານຄົນພາຍໃນປີ 2050. ຂະນະທີ່ອິນເດຍຈະແຊງໜ້າຈີນຂຶ້ນເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກໃນອີກ 7 ປີ.
UNDESA ເປີດເຜີຍອີກວ່າ: ຈຳນວນປະຊາກອນຢູ່ນີເຊລີກຳລັງເຕີບໃຫຍ່ຢ່າງວ່ອງໄວ ໂດຍຈະແຊງໜ້າອາເມລິກາຂຶ້ນເປັນປະເທດທີ່ມີປະຊາກອນຫລາຍທີ່ສຸດອັນດັບທີ 3 ຂອງໂລກໃນອີກ 33 ປີ, ສ່ວນປະເທດຢູ່ເຂດອາຟຣິກາ 26 ປະເທດອາດຈະມີຈຳນວນປະຊາກອນເພີ່ມຂຶ້ນຢ່າງໜ້ອຍ 2 ເທົ່າ.
ຜູ້ເຮັດລາຍງານກ່າວວ່າ: ໃນແຕ່ລະປີ ທົ່ວໂລກຈະມີປະຊາກອນເພີ່ມຂຶ້ນປີລະປະມານ 83 ລ້ານຄົນ, ເຖິງວ່າອັດຕາການຈະເລີນພັນຈະຍັງຫລຸດລົງຢ່າງຕໍ່ເນື່ອງກໍຕາມ. ດັ່ງນັ້ນ ຈຳນວນປະຊາກອນທົ່ວໂລກຈະເພີ່ມຂຶ້ນເປັນ 8.600 ລ້ານຄົນພາຍໃນປີ 2030, 9.800 ລ້ານຄົນໃນປີ 2050 ແລະ 11.200 ລ້ານຄົນໃນປີ 2100. ຂະນະທີ່ອິນເດຍ ເຊິ່ງປັດຈຸບັນມີຈຳນວນປະຊາກອນ 1.300 ລ້ານຄົນຫລາຍທີ່ສຸດເປັນອັນດັບທີ 2 ຈະເລື່ອນຂຶ້ນເປັນອັນດັບທີ 1 ແຊງໜ້າຈີນພາຍໃນປີ 2024.
ໃນສ່ວນຂອງຈຳນວນປະຊາກອນອາຍຸສູງ, UNDESA ຄາດວ່າ: ຈຳນວນຜູ້ທີ່ມີອາຍຸນັບແຕ່ 60 ປີຂຶ້ນໄປຈະເພີ່ມຂຶ້ນຫລາຍກວ່າສອງເທົ່າພາຍໃນປີ 2050 ແລະ ຈະເພີ່ມຂຶ້ນ 3 ເທົ່າໃນປີ 2100 ໂດຍຈະເພີ່ມຈາກ 962 ລ້ານຄົນທົ່ວໂລກໃນປີນີ້ ຂຶ້ນເປັນ 2.100 ລ້ານຄົນ ແລະ 3.100 ລ້ານຄົນຕາມລຳດັບ.

