ເຮືອນໂດມທີ່ສ້າງຈາກໂຟມ

ເວົ້າເລື່ອງໂຟມຄົນສ່ວນຫລາຍມັກຈະຄິດວ່າກ່ອງໂຟມທີ່ໃສ່ອາຫານດັ່ງເຮົາເຫັນ.ສຳລັບຜູ້ອອກແບບເຮືອນແຍກ ສ່ວນຈາກຍີ່ປຸ່ນໄດ້ເລືອກໃຊ້ “ໂຟມ” ມາສ້າງເປັນເຮືອນແຫ່ງອານາ ຄົດ.
ຫລາຍຄົນອາດຈະຍັງບໍ່ຮູ້ວ່າເຮືອນໂດມທີ່ເຮັດມາຈາໂຟມ ນັ້ນພວມເປັນທີ່ນິຍົມຫລາຍຂຶ້ນໃນປັດຈຸບັນເພາະມັນມີຄຸນສົມບັດທີ່ດີທົນທານຕໍ່ແຜ່ນດິນໄຫວມີລາຄາບໍ່ແພງ ແລະ ປະຢັດ ຄ່າໃຊ້ຈ່າຍໃນການປຸກເຮືອນຢູ່ ແລະ ສິ່ງສຳຄັນອີກຢ່າງແມ່ນມັນເຮັດໃຫ້ກັນຄວາມຮ້ອນໄດ້ດີ.

+ ເດັກນ້ອຍອາຍຸ 6 ປີທີ່ພິການແຂນໄດ້ຊະນະການແຂ່ງຂັນລອຍນ້ຳ
+ ນັກອອກແບບໜຸ່ມນ້ອຍລາວຄວ້າທຶນໄປສຶກສາການອອກແບບຢູ່ປະເທດຝຣັ່ງ
Japan Dome House ເປັນບໍລິສັດທີ່ຈຳໜ່າຍ ແລະ ອອກແບບເຮືອນໂຟມໃນປະ ເທດຍີ່ປຸ່ນ ເຊິ່ງໄດ້ດຳເນີນງານ ມາສິບຫ້າປີແລ້ວ ແລະ ນັບມື້ ເຫັນວ່າມີຄົນນິຍົມຫລາຍຂຶ້ນ ເລື້ອຍໆ.

ໃນເດືອນເມສາປີ 2016 ເມືອງດຸມະໂມະໂຕະໄດ້ຮັບຄວາມເສຍຫາຍຈາກແຜ່ນດິນ ໄຫວ 7,0 ຣິກເຕີ ເຮັດໃຫ້ ມີຜູ້ ເສຍຊີວິດ 49 ຄົນ ແລະ ບາດເຈັບ 3000 ຄົນ. ດັ່ງນັ້ນຄົນຢູ່ແຖວ ນີ້ຕ້ອງໄດ້ຍົກຍ້າຍອອກໄປເປັນຈຳນວນຫລາຍເພາະ ວ່າເຂດນີ້ຍັງມັກເກີດມີໄຟໄໝ້ແຕ່ກໍຍັງ ມີອີກຫລາຍພັນຄົນທີ່ຍັງອາໄສຢູ່ໃນເຮືອນທີ່ຍັງພໍອາໄສ ຢູ່ໄດ້.ແຕ່ນ່າແປກເຮືອນໂດມ ທີ່ສ້າງຂຶ້ນດ້ວຍໂຟມທີ່ຢູ່ເກາະຄິວຊູບໍ່ໄດ້ຮັບຜົນກະທົບໃດໆຈາກແຜ່ນດິນໄຫວ, ເຮືອນທີ່ສ້າງດ້ວຍໂຟມ 480 ຫລັງ. ຍັງສາມາດນຳໃຊ້ໄດ້ຢ່າງປົກກະຕິ.

