ໂຮງໝໍແຂວງສະຫວັນນະເຂດເປີດນຳໃຊ້ເຄື່ອງ TC Scanner ເພື່ອຄວາມຊັດເຈນໃນການບົ່ງມະຕິພະຍາດ

ພິທີເປີດນຳໃຊ້ເຄື່ອງ TC Scanner ເພື່ອຄວາມຊັດເຈນໃນການບົ່ງມະຕິພະຍາດຂອງໂຮງໝໍແຂວງສະຫວັນນະເຂດ ໄດ້ມີຂຶ້ນໃນວັນທີ 5 ສິງຫານີ້ ໂດຍການເຂົ້າຮ່ວມຂອງຫົວໜ້າພະແນກສາທາລະນະສຸກແຂວງ ແລະ ອຳນວຍການໂຮງໝໍດັ່ງກ່າວ ເຊິ່ງເຄື່ອງ TC Scanner ນີ້ແມ່ນການລົງທຶນຂອງບໍລິສັດໄຊມັງກອນການຢາຈຳກັດ ຮ່ວມກັບໂຮງໝໍແຂວງ ເພື່ອນຳໃຊ້ເຂົ້າໃນການບົ່ງມະຕິພະຍາດທີ່ມີຄຸນນະພາບ, ມີຄວາມຊັດເຈນໃຫ້ແກ່ຄົນເຈັບ.

