ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 7 ສິງຫາ 2020
- Emmanuel Macron ປະທານາທິບໍດີຂອງຝຣັ່ງ ໄດ້ເດີນທາງໄປເມືອງເບຣຸດ ປະເທດເລບານອນ ຫລັງເກີດເຫດລະເບີດ ເຊິ່ງມີຜູ້ເສຍຊີວິດຢ່າງໜ້ອຍ 135 ຄົນ.
ໂດຍທ່ານສັນຍາວ່າຈະຊ່ວຍເຫລືອເລບານອນດ້ວຍມາດຕະການໃນລະດັບສາກົນ ແຕ່ໄດ້ເຕືອນວ່າ: ເລບານອນຈະຈົມລົງຕໍ່ໄປຖ້າບໍ່ດຳເນີນການປະຕິຮູບທາງການເມືອງ ແລະ ເສດຖະກິດພາຍໃນປະເທດ.
ຫລັງຈາກເຫດລະເບີດຄັ້ງນີ້ເກີດຂຶ້ນ ຊາວເລບານອນຈຳນວນຫລາຍໄດ້ກ່າວໂທດລັດຖະບານຂອງພວກເຂົາ ສຳລັບການອະນຸຍາດໃຫ້ເອົາສານແອມໂມເນຍໄນເຕຣດ 2.750 ໂຕນມາເກັບໄວ້ຢູ່ທ່າເຮືອຂອງເມືອງເບຣຸດ.
- ໂຄສົກກະຊວງການຕ່າງປະເທດຂອງຈີນເຕືອນວ່າ ພວກເຂົາຈະໃຊ້ມາດຕະການຕອບໂຕ້ຢ່າງຮຸນແຮງ ສຳລັບການທີ່ອາເມລິກາສົ່ງເຈົ້າໜ້າທີ່ລະດັບສູງ Alex Azar ເຊິ່ງເປັນລັດຖະມົນຕີກະຊວງສາທາລະນະສຸກຂອງອາເມລິກາ ໄປປະເທດໄຕ້ຫວັນ.
ໃນວັນທີ 9 ສິງຫານີ້ Alex Azar ຈະກາຍເປັນເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ທີ່ເດີນທາງໄປໄຕ້ຫວັນນັບແຕ່ມີການບັນທຶກປະຫວັດສາດເກີດຂຶ້ນ.
- ວຸດທິສະພາຂອງອາເມລິກາ ໄດ້ລົງຄະແນນສຽງທີ່ເປັນເອກະພາບໃຫ້ມີການສັ່ງຫ້າມ TikTok ອອກຈາກອຸປະກອນເອເລັກໂຕຣນິກພາຍໃນອາເມລິກາ ໂດຍກົດໝາຍດັ່ງກ່າວຜ່ານການອະນຸມັດຈາກສະພາຜູ້ແທນລາຊະດອນນັບແຕ່ເດືອນກໍລະກົດຜ່ານມາ ແລະ ກຳລັງຖືກຄາດຫວັງວ່າຈະມີຜົນບັງຄັບໃຊ້ຢ່າງເປັນທາງການ (ຖ້າບໍ່ຍອມຂາຍໃຫ້ບໍລິສັດຂອງອາເມລິກາ).
ການເຄື່ອນໄຫວຄັ້ງນີ້ເກີດຂຶ້ນຫລັງຈາກ Mike Pompeo ລັດຖະມົນຕີຕ່າງປະເທດຂອງອາເມລິກາ ໄດ້ເປີດເຜີຍມຸມມອງຂອງທ່ານໃນການປ້ອງກັນວິກິດທາງດ້ານໂທລະຄົມ ແລະ ໂຄງສ້າງພື້ນຖານຂອງເຕັກໂນໂລຊີຢູ່ອາເມລິກາ.
ແຜນຂອງທ່ານໄດ້ກຳນົດເປົ້າໝາຍໃສ່ Software ຂອງຈີນ ລວມທັງເຄືອຂ່າຍມືຖື ລະບົບ Cloud ແລະ ໂຄງສ້າງພື້ນຖານອື່ນໆ. ນອກຈາກນີ້ ຍັງກະຕຸ້ນໃຫ້ບໍລິສັດທີ່ບໍ່ແມ່ນສັນຊາດຈີນຖອນຕົວອອກຈາກ App Store ພາຍໃນປະເທດຈີນ.
- ທະນາຄານກາງແຫ່ງອັງກິດ (Bank of England) ໄດ້ຮັກສາອັດຕາດອກເບ້ຍໄວ້ໃນລະດັບ 0,1% ແລະ ໄດ້ສະເໜີມຸມມອງໃນພາບລວມທີ່ຫລາກຫລາຍຕໍ່ເສດຖະກິດຂອງສະຫະຣາຊະອານາຈັກ.
ເຖິງວ່າກ່ອນໜ້ານີ້ພວກທ່ານຈະຄາດຄະເນໄວ້ວ່າ ການຟື້ນຕົວຂອງເສດຖະກິດຈະເກີດຂຶ້ນຢ່າງວ່ອງໄວ ແຕ່ປັດຈຸບັນທະນາຄານໄດ້ຄາດວ່າ GDP ຈະຍັງຢູ່ຕໍ່າກວ່າລະດັບກ່ອນເກີດການລະບາດໄປຈົນຮອດປີ 2021.
ເຖິງຢ່າງໃດກໍຕາມ, ການຄຳນວນຫລ້າສຸດຂອງພວກທ່ານໄດ້ຄາດຫວັງວ່າ GDP ຈະຫລຸດລົງ 9,5% ໃນປີນີ້ ເຊິ່ງເປັນຕົວເລກທີ່ຮຸນແຮງໜ້ອຍກວ່າເມື່ອທຽບໃສ່ການຄາດຄະເນເກົ່າທີ່ພວກທ່ານຄາດໄວ້ວ່າ GDP ຈະຫລຸດລົງເຖິງ 14%.
- ປະເທດເອຢິບ ແລະ ກຣີກ ໄດ້ບັນລຸຂໍ້ຕົກລົງເພື່ອກຳນົດເຂດເສດຖະກິດພິເສດລະຫວ່າງທັງ 2 ປະເທດໃນເຂດທະເລເມຕິເຕີເຣນຽນຕາເວັນອອກ ເຊິ່ງກ່ອນໜ້ານີ້ໄດ້ມີຂໍ້ຂັດແຍ່ງກັນໃນເລື່ອງສິດທິການຂຸດເຈາະຊັບພະຍາກອນທຳມະຊາດ ໂດຍສະເພາະນ້ຳມັນ ແລະ ແກັສ.
ຂໍ້ຕົກລົງຄັ້ງນີ້ຈະເຮັດໃຫ້ປະເທດຕວກກີບໍ່ພໍໃຈຢ່າງແນ່ນອນ ເນື່ອງຈາກພວກເຂົາຫາກໍບັນລຸຂໍ້ຕົກລົງໃນສິດທິພາຍໃຕ້ເຂດທະເລເມດິເຕເຣຕຽນຕາເວັນອອກກັບປະເທດລິບຍາໄປເມື່ອປີກ່ອນ ແລະ ການບັນລຸຂໍ້ຕົກລົງຂອງເອຢິບ ແລະ ກຣີກ ຈະເຮັດໃຫ້ພວກເຂົາຕ້ອງສະເລ່ຍຊັບພະຍາກອນກັນຫລາຍຂຶ້ນ.
- Letitita James ໄອຍະການສູງສຸດແຫ່ງ New York ໄດ້ຍື່ນຟ້ອງເພື່ອຍຸບສະມາຄົມປືນໄຣເຟິລແຫ່ງຊາດ (National Rifle Association) ເຊິ່ງເປັນກຸ່ມນັກຍິງປືນມືອາຊີບພາຍໃນປະເທດ ໂດຍໃຫ້ເຫດຜົນວ່າ ຜູ້ບໍລິຫານຂອງສະມາຄົມມີການນຳເອົາເງິນຫລາຍລ້ານໂດລາເຂົ້າກະເປົາຂອງຕົນເອງ.
ນອກຈາກນີ້ ຍັງມີພຶດຕິກຳອື່ນໆທີ່ບໍ່ເໝາະສົມ ແລະ ຜິດກົດໝາຍ ເຊັ່ນການຫລີກລ່ຽງພາສີຂອງລັດຖະບານກາງ. ຂະນະທີ່ Letitia James ຄືບຸກຄົນທີ່ມີອຳນາດເໜືອອົງກອນອື່ນໆ ເນື່ອງຈາກເປັນອົງການບໍ່ສະແຫວງຫາຜົນກຳໄລທີ່ຈົດທະບຽນໃນລັດນິວຢອກ.
- GlenCore ບໍລິສັດຍັກໃຫຍ່ດ້ານການຂຸດເຈາະບໍ່ແຮ່ ແລະ ການຈຳໜ່າຍສິນຄ້າອຸປະໂພກ-ບໍລິໂພກ ໄດ້ຍົກເລີກແຜນການຈ່າຍເງິນປັນຜົນແຕ່ລະປີຂອງພວກເຂົາ ເຊິ່ງມີມູນຄ່າ 2,6 ພັນລ້ານໂດລາ ເນື່ອງຈາກຄວາມບໍ່ແນ່ນອນຂອງເສດຖະກິດທ່າມກາງການລະບາດຂອງ COVID-19.
ເຖິງຢ່າງໃດກໍຕາມ, ບໍລິສັດໄດ້ໃຫ້ຄຳໝັ້ນຈະດຳເນີນການຫລຸດໜີ້ສິນຂອງພວກເຂົາແທນ ຫລັງຈາກມີການລາຍງານຜົນຂາດທຶນເຖິງ 2,6 ພັນລ້ານໂດລາ ໃນ 6 ເດືອນຕົ້ນປີ 2020.

