ລັດເຊຍສົ່ງເຮືອບິນ 5 ລຳ ພ້ອມດ້ວຍ ອຸປະກອນການແພດ ແລະ ທິມແພດໄປຊ່ວຍ ເລບານອນ

ສຳນັກຂ່າວ CNN ໃຫ້ຮູ້ວັນທີ 5 ສິງຫານີ້ວ່າ: ລັດເຊຍໄດ້ສົ່ງເຮືອບິນ 5 ລຳ ສົ່ງອຸປະກອນການແພດ ແລະ ທິມແພດໄປຍັງເລບານອນ. ທິມແພດລັດເຊຍຈະສ້າງໂຮງໝໍຮີບດ່ວນຂຶ້ນ ເພື່ອປິ່ນປົວຜູ້ທີ່ໄດ້ຮັບບາດເຈັບຈາກເຫດການລະເບີດໃນເບຣູດຄັ້ງນີ້.
ລັດເຊຍໃຫ້ຮູ້ວ່າ: ລັດເຊຍຍັງຈະສົ່ງທີມນັກຊ່ຽວຊານໄປຍັງ ເລບານອນ ເພື່ອຊ່ວຍຄົ້ນຫາ ແລະ ກູ້ໄພຜູ້ປະສົບໄພ ແລະ ຍັງຈະໄດ້ຊ່ວຍສ້າງຫ້ອງທົດລອງ ເພື່ອກວດຊອກຫາເຊື້ອເຊື້ອໂຄວິດ-19. ນີ້ກໍເປັນບັນຫາໜຶ່ງທີ່ຈະຊ່ວຍໃຫ້ ເລບານອນ ພົ້ນຜ່ານຄວາມຫຍຸ້ງຍາກໃນຄັ້ງນີ້.
ປະທານາທິບໍດີ ປູຕີນ ໄດ້ສົ່ງສານສະແດງຄວາມເຫັນໃຈໄປເຖິງປະຊາຊົນ ເລບານອນ ກ່ອນໝູ່ໃດໃນໂລກ.
ໃນວັນທີ 5 ສິງຫານີ້, ເຈົ້າໜ້າທີ່ ເລບານອນ ຢືນຢັນເປັນທາງການວ່າມີຜູ້ເສຍຊີວິດຈາກເຫດລະເບີດ 100 ຄົນ ແລະ ມີປະມານ 100 ຄົນຫານສາບສູນ ແລະ ອີກຫຼາຍກວ່າ 4.000 ໄດ້ຮັບບາດເຈັບ.
ຂ່າວ: ລູກເມືອງພວນ

