IS ລະເບີດທຳລາຍມັດສະຢິດສັນຍາລັກແຫ່ງເມືອງໂມຊູລ
ກອງທັບອີຣັກລະບຸວ່າ: ກຸ່ມທີ່ເອີ້ນຕົນເອງວ່າລັດອິສລາມ (IS) ໄດ້ລະເບີດທຳລາຍມັດສະຢິດອັດ-ນູຣີ ໃນເມືອງໂມຊູລ ເຊິ່ງເປັນສະຖານທີ່ສຳຄັນທາງປະຫວັດສາດ ທີ່ທ່ານ ອາບູ ບາກາ ອັດ ບັດດາດີ ຜູ້ນຳກຸ່ມ IS ເຄີຍໃຊ້ເປັນເວທີປະກາດຕັ້ງລັດອິສລາມ ໃນປີ 2014.
ເຖິງຢ່າງໃດກໍຕາມ, ກຸ່ມທີ່ເອີ້ນຕົນເອງວ່າລັດອິສລາມ ອ້າງຜ່ານສຳນັກຂ່າວອາມັກວ່າ: ເຮືອບິນຮົບຂອງອາເມລິກາເປັນຝ່າຍທຳລາຍມັດສະຢິດເກົ່າແກ່ນີ້.
ນາຍົກລັດຖະມົນຕີ ໄຮເດີ ອັດອະບາດີ ຂອງອີຣັກ ກ່າວວ່າ: ການລະເບີດທຳລາຍມັດສະຢິດເປັນ “ການປະກາດການເສຍໄຊຢ່າງເປັນທາງການ” ຂອງທາງຝ່າຍ IS ໂດຍໄດ້ເຜີຍແຜ່ຮູບຖ່າຍທາງອາກາດ ສະແດງໃຫ້ເຫັນມັດສະຢິດ ແລະ ຫໍຄອຍທີ່ໄດ້ຮັບຄວາມເສຍຫາຍໜັກ ເຊິ່ງຜູ້ບັນຊາການໜ່ວຍຮົບຂອງກອງທັບອີຣັກທີ່ກຳລັງໂຈມຕີ ເພື່ອຢຶດເມືອງໂມຊູລຄືນ ລະບຸວ່າ: ທະຫານຢູ່ໃນໄລຍະ 50 ແມັດ ຈາກມັດສະຢິດຕອນທີ່ IS “ກໍ່ອາດຊະຍາກຳຕໍ່ປະຫວັດສາດອີກ”.
ພົນຕີ ໂຈເຊຟ ມາຣຕິນ ຜູ້ບັນຊາການທະຫານຂອງອາເມລິກາໃນອີຣັກ ກ່າວວ່າ: IS ໄດ້ທຳລາຍ “ສົມບັດລ້ຳຄ່າແຫ່ງໜຶ່ງຂອງເມືອງໂມຊູລ ແລະ ຂອງອີຣັກ” ເຊິ່ງ “ຖືເປັນອາຊະຍາກຳຕໍ່ຊາວເມືອງໂມຊູລ ແລະ ຊາວອີຣັກທຸກຄົນ ແລະ ເປັນເຫດຜົນວ່າເປັນຫຍັງ ພວກເຮົາຕ້ອງກວາດລ້າງກຸ່ມທີ່ໂຫດຮ້າຍນີ້”.
ຜ່ານມາກຸ່ມທີ່ເອີ້ນຕົນເອງວ່າລັດອິສລາມໄດ້ທຳລາຍສະຖານທີ່ສຳຄັນທາງປະຫວັດສາດຫລາຍແຫ່ງໃນອີຣັກ ແລະ ຊີຣີ, ຂະນະທີ່ອົງການສະຫະປະຊາຊາດລະບຸວ່າ: IS ອາດຈະກຳລັງຈັບປະຊາຊົນກວ່າ 1 ແສນຄົນໃນເມືອງໂມຊູລເອົາໄວ້ເປັນເກາະຄຸ້ມກັນ.
ຖະແຫລງການຈາກລັດຖະບານອີຣັກລະບຸວ່າ: ຕຶກອາຄານຂອງມັດສະຢິດ ແລະ ຫໍຄອຍເອນ ຫລື ຮັດບາ ເຊິ່ງເປັນສັນຍາລັກສຳຄັນຂອງມັດສະຢິດທີ່ສ້າງຂຶ້ນໃນປີ 1172 ຖືກລະເບີດທຳລາຍ.
ແຕ່ມັດສະຢິດແຫ່ງນີ້ຖືວ່າມີຄວາມສຳຄັນຕໍ່ IS ນຳ ໂດຍພຽງ 1 ເດືອນພາຍຫລັງທີ່ຢຶດເມືອງໂມຊູລໄດ້ໃນເດືອນມິຖຸນາ 2014, ທ່ານ ອາບູ ບາກາ ອັດ ບັກດາດີ ຜູ້ນຳ IS ໄດ້ອອກມາປາກົດຕົວເພື່ອກ່າວຄຳສອນປະຈຳວັນສຸກ ແລະ ປະກາດຕັ້ງລັດອິສລາມຂຶ້ນ ເຊິ່ງປັດຈຸບັນເຂດເມືອງເກົ່າແຫ່ງນີ້ເປັນຖານທີ່ໝັ້ນສຸດທ້າຍຢູ່ພາຍໃຕ້ການຄວບຄຸມຂອງກຸ່ມ IS ໃນເມືອງໂມຊູລຂອງອີຣັກ.
ໃນວັນທີ 18 ມິຖຸນາ, ຜູ້ບັນຊາການກອງກຳລັງປາບປາມການກໍ່ການຮ້າຍ ແລະ ຕຳຫລວດອີຣັກປະກາດວ່າ: ໄດ້ເລີ່ມໂຈມຕີເປັນເທື່ອສຸດທ້າຍຈາກທຸກທິດອ້ອມເຂດເມືອງເກົ່າ.
ກອງທັບອີຣັກເຊື່ອວ່າ: ປັດຈຸບັນຍັງມີສະມາຊິກກຸ່ມຕິດອາວຸດເຫລືອຢູ່ໃນເມືອງໂມຊູລບໍ່ຮອດ 300 ຄົນ ຈາກກ່ອນໜ້ານີ້ທີ່ມີຢູ່ 6.000 ຄົນ ຕອນເລີ່ມປະຕິບັດການໂຈມຕີໃນເດືອນຕຸລາຜ່ານມາ.
ແຕ່ກາແດງສາກົນໄດ້ອອກມາເຕືອນໃນວັນທີ 20 ມິຖຸນາວ່າ: ກຳລັງມີປະຊາຊົນໄດ້ບາດເຈັບ ແລະ ອົບພະຍົບອອກຈາກເມືອງໂມຊູລເພີ່ມຂຶ້ນ ໂດຍມີທັງຜູ້ທີ່ຖືກລູກປືນ, ສະເກັດລະເບີດທາງອາກາດ ແລະ ຖືກລະເບີດໂຈມຕີ. ຂະນະທີ່ກ່ອນໜ້ານັ້ນມີການສົ່ງເຮືອບິນຖິ້ມໃບປິວໃຫ້ຂໍ້ມູນປະຊາຊົນວ່າ: ຄວນຫາໂອກາດຫລົບໜີອອກຈາກເມືອງ ພ້ອມທັງຫລີກເວັ້ນການຢູ່ໃນພື້ນທ່ີກາງແຈ້ງ.

