ເລບານອນເລັ່ງປະກາດສະຖານະການສຸກເສີນ 2 ອາທິດ ຫລັງເຫດລະເບີດຢູ່ນະຄອນຫລວງເບຣຸດ

ປະທານາທິບໍດີ ມິເຊລ ອູນ ຂອງເລບານອນ ປະຊຸມຄະນະລັດຖະບານສຸກເສີນໃນວັນທີ 5 ສິງຫາ ພ້ອມສະແດງທ່າທີວ່າຄວນມີການປະກາດສະຖານະການສຸກເສີນເປັນເວລາ 2 ອາທິດ ເພື່ອຮັບມືສະຖານະການຈາກເຫດລະເບີດຮຸນແຮງທີ່ເກີດຂຶ້ນຢູ່ສາງສິນຄ້າບໍລິເວນທ່າເຮືອນະຄອນຫລວງເບຣຸດ ໂດຍແຮງລະເບີດສ້າງຄວາມເສຍຫາຍຮຸນແຮງເປັນບໍລິເວນກວ້າງ ຄວບຄຸມລັດສະໝີຫລາຍກິໂລແມັດ ແລະ ຂ້າຊີວິດປະຊາຊົນໄປຢ່າງໜ້ອຍ 78 ຄົນ, ບາດເຈັບຫລາຍກວ່າ 4.000 ຄົນ.
ລາຍງານຂອງສື່ຫລາຍສຳນັກ ຊີ້ວ່າ: ຕົ້ນຕໍຂອງການລະເບີດທີ່ສ້າງແຮງສັ່ນສະເທືອນທຽບເທົ່າແຜ່ນດິນໄຫວຂະໜາດ 3,3 ແລະ ເຮັດໃຫ້ສະພາບເມືອງພັງພິນາດຢ່າງໜັກ ເກີດຈາກສານແອມໂມເນຍໄນເຕຣດທີ່ໃຊ້ຜະລິດລະເບີດນ້ຳໜັກລວມ 2.750 ກວ່າໂຕ ເຊິ່ງທາງການຍຶກມາຈາກເຮືອສິນຄ້າເມື່ອ 6 ປີກ່ອນ ແລະ ເອົາມາເກັບໄວ້ຢູ່ສາງແຫ່ງນີ້.
ຂະນະທີ່ປະທານາທິບໍດີ ອູນ ໂພສຂໍ້ຄວາມທາງທະວິດວ່າ: ເປັນເລື່ອງທີ່ບໍ່ສາມາດຍອມຮັບໄດ້ ທີ່ມີການນຳເອົາສານເຄມີອັນຕະລາຍປະລິມານຫລາຍມເກັບໄວ້ໃນສາງສິນຄ້າດົນກວ່າ 6 ປີ ໂດຍບໍ່ມີມາດຕະການປ້ອງກັນຄວາມປອດໄພ. ພ້ອມປະກາດວ່າ: ຜູ້ທີ່ຮັບຜິດຊອບຈະຕ້ອງຖືກລົງໂທດຂັ້ນຮຸນແຮງ. ເຊັ່ນດຽວກັບນາຍົກລັດຖະມົນຕີ ຮຳຊັນ ອິອາບ ຂອງເລບານອນ ທີ່ປະກາດເດີນໜ້າຫາຜູ້ຮັບຜິດຊອບມາລົງໂທດ.
ທັງນີ້, ຜູ້ນຳເລບານອນປະກາດວ່າ: ລັດຖະບານຈະສະໜັບສະໜູນງົບປະມານ 66 ລ້ານໂດລາ ເພື່ອຕັ້ງກອງທຶນສຸກເສີນສຳລັບຊ່ວຍເຫລືອຄວາມເສຍຫາຍ ພ້ອມປະກາດໄວ້ອາໄລຢ່າງເປັນທາງການທົ່ວປະເທດເປັນເວລາ 3 ວັນ ເລີ່ມແຕ່ວັນທີ 5 ສິງຫານີ້.

