ສະຫວັນນະເຂດແຕ່ງຕັ້ງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງຜູ້ໃໝ່

ພິທີປະກາດການແຕ່ງຕັ້ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ແລະ ປະດັບຫລຽນໄຊແຮງງານ ໃຫ້ແກ່ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການກະກຽມຮັບໃຊ້ປີທ່ອງທ່ຽວລາວ 2018 ໄດ້ຈັດຂຶ້ນໃນວັນທີ 3 ສິງຫານີ້ ທີ່ພະແນກອຸດສາຫະກຳ-ການຄ້າແຂວງດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ.
ໃນພິທີ, ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການອະນຸມັດແຕ່ງຕັ້ງທ່ານ ໂພສີສ້ອຍ ກຸທິລາດ ເປັນຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດຜູ້ໃໝ່ ແລະ ໃນໂອກາດດຽວກັນ, ທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫລຽນໄຊແຮງງານຊັ້ນ II, ຊັ້ນ III ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ແຂວງສະຫວັນນະເຂດ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫລຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ເຊິ່ງໃນນີ້ພະແນກອຸດສາຫະກຳ ແລະ ການຄ້າແຂວງມີບຸກຄົນໃດ້ຮັບຫລຽນໄຊຊັ້ນ II ຈຳນວນ 5 ທ່ານ, ຫລຽນກາແຮງງານຈຳນວນ 1 ທ່ານ, ໄດ້ຮັບໃບຍ້ອງຍໍຈາກລັດຖະບານມີ 1 ກົມກອງ ແລະ 7 ທ່ານ, ສ່ວນໃບຍ້ອງຍໍຈາກທ່ານເຈົ້າແຂວງສະຫວັນນະເຂດມີຈຳນວນ 2 ກົມກອງ ແລະ 5 ທ່ານ.

