ອົງການອະນາໄມໂລກກ່າວເຕືອນວ່າພະຍາດໂຄວິດ-19 ຍັງຈະແກ່ຍາວ

ໜັງສືພິມ CNA ລາຍງານໃຫ້ຮູ້ໃນວັນທີ 2 ສິງຫານີ້ວ່າ: ໃນບົດລາຍງານຕີລາຄາວິກິດການດ້ານໂຄວິດ-19 ໃນ 6 ເດືອນຕົ້ນປີນີ້ ຂອງຄະນະກຳມະການສຸກເສີນຂອງອົງການອະນາໄມໂລກໃຫ້ຮູ້ວ່າ: ພະຍາດໂຄວິດ-19 ຍັງຈະແກ່ຍາວ ແລະ ພ້ອມດຽວກັນນັ້ນກໍກ່າວເຕືອນເຖິງຄວາມອັນຕະລາຍຂອງປະກົດການ “ຄວາມເຄັ່ງຕຶງ” ທີ່ຈະເກີດຈາກການກົດດັນທາງດ້ານເສດຖະກິດຂອງບັນດາປະເທດຕ່າງໆ.

ຕໍ່ໜ້າສະພາບການດັ່ງກ່າວ ຫຼາຍປະເທດໃນໂລກໄດ້ວາງມາດຕະການທີ່ເຂັ້ມງວດເພື່ອຄວບຄຸມການແຜ່ລະບາດຂອງພະຍາດ, ອັນໄດ້ເຮັດໃຫ້ເສດຖະກິດຕົກຢູ່ໃນພາວະຊຸດຕົວຢ່າງຮ້າຍແຮງ. ຄະນະກຳມະການສຸກເສີນດັ່ງກ່າວໄດ້ຮຽກຮ້ອງໃຫ້ ອົງການອະນາໄມໂລກ ໃຫ້ການແນະນຳຕົວຈິງເພື່ອຄວບຄຸມພະຍາດໂຄວິດ-19 ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຈາກການກົດດັນທາງດ້ານເສດຖະກິດ-ສັງຄົມ ແລະ ຮຽກຮ້ອງໃຫ້ບັນດາປະເທດຕຽມພ້ອມອຸປະກອນການແພດ ເພື່ອຕຽມຮັບມືກັບພະຍາດຕາມລະດູການ ແລະ ພະຍາດອື່ນໆ ພ້ອມກັບພະຍາດໂຄວິດ-19.

ຂ່າວ: ລູກເມືອງພວນ