ເກົາຫຼີເໜືອຢືນຢັນບໍ່ມີຜູ້ຕິດເຊື້ອໂຄວິດ-19

ວັນທີ 30 ກໍລະກົດນີ້, ໜັງສືພິມ RodongSinmun ອົງການຖະແຫຼງຂ່າວຂອງພັກແຮງງານເກົາຫຼີເໜືອ ໃຫ້ຮູ້ວ່າ: ເກົາຫຼີເໜືອບໍ່ມີຜູ້ຕິດເຊື້ອໂຄວິດ-19 ພາຍຫຼັງມີຂ່າວວ່າມີຜູ້ຕິດເຊື້ອໄວຣັດໂຄວິດ-19 ຈາກເກົາຫຼີໃຕ້ ລັກເຂົ້າມາໃນເກົາຫຼີເໜືອ.

ທ່ານ RodongSinmun ກ່າວອີກວ່າ: ເກົາຫຼີເໜືອມີສະຕິສູງທີ່ສຸດ ແລະ ຍັງຈະສືບຕໍ່ປະຕິບັດມາດຕະການທີ່ເຄັ່ງຄັດໃນການກວດຫາເຊືອ ແລະ ເລືອກເຟັ້ນບຸກຄົນ.

ເກົາຫຼີເໜືອເປັນປະເທດຈຳນວນໜ້ອຍຂອງໂລກທີ່ຍັງບໍ່ມີຜູ້ຕິດເຊື້ອໂຄວິດ-19. ເກົາຫຼີເໜືອປິດປະຕູບໍ່ຮັບຄົນຕ່າງປະເທດເຂົ້າເມືອງນັບແຕ່ເດືອນມັງກອນ 2020 ເປັນຕົ້ນມາ ພາຍຫຼັງມີການລະບາດພະຍາດໂຄວິດຢູ່ຈີນ.

ກ່ອນໜ້ານັ້ນ, ເຈົ້າໜ້າທີ່ກຸງໂຊນ ໃຫ້ຮູ້ວ່າ: ມີຜູ້ຊາຍຄົນໜຶ່ງອາຍຸ 24 ປີ ຢູ່ເມືອງ ແຄຊອງ ຂອງເກົາຫຼີເໜືອລັກລອບເຂົ້າໄປໃນ ເກົາຫຼີໃຕ້ໃນປີ 2017 ແລະ ໄດ້ກັບຄືນເກົາຫຼີເໜືອວັນທີ 19 ກໍລະກົດ 2020 ທີ່ຜ່ານມາ, ອັນເນື່ອງຈາກວ່າເຂົາໄດ້ມີບັນຫາຢູ່ໃນເກົາຫຼີໃຕ້. ເຂົາຄານລອດທໍ່ລະບາຍນໍ້າ ແລະ ລອຍຂ້າມແມ່ນໍ້າເຂົ້າໄປໃນເກົາຫຼີເໜືອ.

ເຈົ້າໜ້າທີ່ເກົາຫຼີໃຕ້ໃຫ້ຮູ້ວ່າ: ຊາຍຄົນດັ່ງກ່າວບໍ່ໄດ້ມີອາການຕິດເຊື້ອໂຄວິດ-19 ກ່ອນທີ່ເຂົາຈະຂ້າມເຂົ້າໄປໃນຝັ່ງຂອງເກົາຫຼີເໜືອ. ມີສອງຄົນທີ່ສຳພັດໃກ້ສິດກັບເຂົາຜົນກວດກໍລ້ວນແຕ່ເປັນລົບ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ laodong)

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ