ລັດເຊຍຕຽມຮັບຮອງ ວັກຊີນ ຕ້ານໂຄວິດ-19 ອີກສອງອາທິດຕໍ່ໜ້ານີ້

ສຳນັກຂ່າວ CNN ອ້າງອີງຄຳເຫັນຂອງເຈົ້າໜ້າທີ່ລັດເຊຍຄົນໜຶ່ງເວົ້າວ່າ: ລັດເຊຍກຳລັງກະກຽມທີ່ຈະຮັບຮອງເອົາວັກຊີນຕົວທຳອິດໃນວັນທີ 10 ສິງຫາທີ່ຈະມາເຖິງ ຫຼື ອາດຈະໄວກວ່ານັ້ນ ທີ່ຜະລິດໂດຍສະຖາບັນ Gamaleya ở Mátxcơva.

ເຈົ້າໜ້າທີ່ຂອງລັດເຊຍເວົ້າວ່າ: ການຜັກດັນໃຫ້ມີການຜະລິດວັກຊີນໄວຄືແນວນີ້ກໍເນື່ອງຈາກວ່າ ທົ່ວທັງໂລກ ກໍຄືລັດເຊຍເອງກຳລັງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໂຄວິດ-19. ປັດຈຸບັນລັດເຊຍມີຜູ້ຕິດເຊື້ອສະສົມຫຼາຍກວ່າ 800.000 ຄົນ.

ເຖິງຢ່າງໃດກໍດີ ກໍຍັງມີຫຼາຍຝ່າຍ ໄດ້ຕັ້ງບັນຫາຄວາມສົງໄສໃນຂະບວນວິວັດທຳການທົດລອງນັ້ນ ໄດ້ມາດຕະຖານຕາມຂັ້ນຕອນຢ່າງເຄັ່ງຄັດແລ້ວ ຫຼື ບໍ່?

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tienphong)