ສະຫວັນນະເຂດ: ຊົນລະປະທານສ້າງໄດ້ຫລາຍ ແຕ່ໃຊ້ບໍ່ໝົດຄວາມອາດສາມາດເຂົ້າໃນການຜະລິດ

ໂຄງການຊົນລະປະທານຢູ່ແຂວງສະຫວັນນະເຂດປາກົດວ່າສ້າງຂຶ້ນມາຫລາຍ ແຕ່ນຳໃຊ້ເຂົ້າສູ່ການຜະລິດ ແລະ ຮັບໃຊ້ສັງຄົມແມ່ນໄດ້ໜ້ອຍ ແລະ ບໍ່ທັນໝົດຄວາມອາດສາມາດຂອງມັນເຂົ້າສູ່ການຜະລິດ. ນີ້ແມ່ນການເປີດເຜີຍຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດ.
ທ່ານມີຄຳເຫັນວ່າ: ອັນທີ 1 ແມ່ນຍ້ອນການຄຸ້ມຄອງນຳໃຊ້ ແລະ ປົກປັກຮັກສາບໍ່ທັນໄດ້ດີ ປະປ່ອຍໃຫ້ມີການເປ່ເພຫລາຍ, ກຸ່ມຜູ້ນຳໃຊ້ນ້ຳຈຳນວນໜຶ່ງຍັງເອື່ອຍອີງໃສ່ແຕ່ພາກລັດ ເຊິ່ງເຂົ້າໃຈວ່າຊົນລະປະທານເປັນຂອງລັດ ໃນເມື່ອເປ່ເພແລ້ວ ລັດກໍຕ້ອງມາສ້ອມແປງໃຫ້ ແລະ ອີກຢ່າງແມ່ນເບື້ອງການຕິດຕາມຊຸກຍູ້ຊ່ວຍເຫລືອຂອງພະນັກງານວິຊາການຍັງບໍ່ທັນແຂງແຮງຕໍ່ເນື່ອງເຊັ່ນ: ການເຮັດອະນາໄມໜ້າອ່າງບ່ອນທີ່ມີຂີ້ເຫຍື້ອ ແລະ ປົວແປງບ່ອນທີ່ມີການເຊາະເຈື່ອນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ງົບປະມານຂອງແຂວງມີຈຳກັດ ເມື່ອທຽບໃສ່ຄວາມຕ້ອງການຕົວຈິງຂອງການຟື້ນຟູບູລະນະ.
ອັນທີ 2 ແມ່ນໂຄງການຈັກສູບນ້ຳທີ່ຕິດຕັ້ງຢູ່ລຽບຕາມເຊຈຳພອນ ແລະ ເຊຊັງຊອຍ ຍ້ອນວ່າບາງປີເກີດສະພາບແຫ້ງແລ້ງ, ນ້ຳຕື້ນເຂີນຂາດວັງ ແລະ ໂຄງການຈັກສູບນ້ຳຈຳນວນໜຶ່ງເກົ່າແກ່ຊຸດໂຊມ ຍ້ອນການໃຊ້ງານມາຫລາຍປີ, ມີຄວາມສ່ຽງໃນການນຳໃຊ້ເຮັດການຜະລິດ ເຊິ່ງໂຄງການດັ່ງກ່າວມີຄວາມຈຳເປັນຕ້ອງໄດ້ສ້ອມແປງໃໝ່ ແລະ ປ່ຽນຖ່າຍອັນໃໝ່ ໂດຍສະເພາະແມ່ນໂມເຕີ້ຈັກສິບນ້ຳ, ເຮືອນແພ, ທໍ່ສົ່ງນ້ຳຊຸດໂຊມທີ່ຕ້ອງໄດ້ໃຊ້ງົບປະມານຫລວງຫລາຍ ເພື່ອປົວແປງ.
ອັນທີ 3 ມີໂຄງການຊົນລະປະທານຫລາຍແຫ່ງໄດ້ມອບ-ໂອນໃຫ້ກຸ່ມຜູ້ນຳໃຊ້ນ້ຳຕາມລະບຽບການ ແຕ່ຍັງບໍ່ທັນໄດ້ຮັບການຊຸກຍູ້ສົ່ງເສີມເທົ່າທີ່ຄວນຈາກພາກລັດ ແລະ ເຮັດໃຫ້ກຸ່ມຜູ້ນຳໃຊ້ນ້ຳຕ້ອງໄດ້ຮັບຜິດຊອບໃນການຄຸ້ມຄອງນຳໃຊ້ຊົນລະປະທານ ແຕ່ຍັງຂາດຄວາມສາມາດ.
ປັດຈຸບັນ ທົ່ວແຂວງສະຫວັນນະເຂດມີລະບົບຊົນລະປະທານທີ່ລັດລົງທຶນທັງໝົດ 414 ແຫ່ງ ໃນນີ້ມີສະຖານີຈັກສູບນ້ຳ 160 ແຫ່ງ, ໃຊ້ໄດ້ 95 ແຫ່ງ, ຝາຍນ້ຳລົ້ນ/ປະຕູນ້ຳ 115 ແຫ່ງ, ໃຊ້ໄດ້ 68 ແຫ່ງ; ອ່າງເກັບນ້ຳ 139 ແຫ່ງ, ໃຊ້ໄດ້ 133 ແຫ່ງ. ນອກນີ້ ກໍຍັງມີຈັກສູບນ້ຳຂະໜາດນ້ອຍດ້ວຍສິນເຊື່ອ 1.268 ເຄື່ອງ, ຊົນລະປະທານປວງຊົນ 16.400 ແຫ່ງ, ໜອງສະ 22.000 ແຫ່ງ ສາມາດສະໜອງນ້ຳໃຫ້ແກ່ການຜະລິດນາປີໄດ້ 41.100 ເຮັກຕາ, ນາແຊງໄດ້ 30.000 ເຮັກຕາ ແລະ ປູກພືດລະດູແລ້ງ 11.000 ເຮັກຕາ.

