ຣັດເຊຍຕັ້ງເປົ້າອະນຸຍາດໃຊ້ວັກແຊງຕ້ານໂຄວິດ-19 ປະເທດທຳອິດໃນໂລກ ເຖິງວ່າມີຄຳຖາມເລື່ອງປະສິດທິພາບ ແລະ ຄວາມປອດໄພ

ວັນທີ 28 ກໍລະກົດ, ເຈົ້າໜ້າທີ່ທາງການຣັດເຊຍໃຫ້ສຳພາດຕໍ່ສຳນັກຂ່າວຕ່າງປະເທດ CNN ວ່າ: ຣັດເຊຍຕັ້ງເປົ້າເປັນປະເທດທຳອິດໃນໂລກທີ່ຈະອະນຸຍາດໃຫ້ມີການໃຊ້ວັກແຊງຕ້ານໂຄວິດ-19 ໂດຍທີມຜູ້ທົດສອບ ແລະ ຄົ້ນຄວ້າວັກແຊງຈະຫລຸດໄລຍະເວລາລົງ, ຕັ້ງເປົ້າຈະອະນຸມັດການໃຊ້ວັກແຊງພາຍໃນວັນທີ 10 ສິງຫານີ້ ຫລື ບໍ່ຮອດ 2 ອາທິດ ເຖິງວ່າຫລາຍຝ່າຍຈະຍັງຕັ້ງຄຳຖາມເຖິງປະສິດທິພາບ ແລະ ຄວາມປອດໄພ ໂດຍເກືອບບໍ່ມີໂອກາດທີ່ຈະສຳເລັດຕາມເປົ້າໝາຍທີ່ວາງໄວ້.
ທ່ານ ຄິຣິລ ດິມິເທຣບ CEO ຂອງກອງທຶນ RDIF ທີ່ຈັດຕັ້ງໂດຍລັດຖະບານຣັດເຊຍ ເຊິ່ງມີສ່ວນສຳຄັນໃນການສະໜັບສະໜູນການຄິດຄົ້ນ ແລະ ວິໄຈວັກແຊງຕ້ານໂຄວິດ-19 ໃນປະເທດ ລະບຸວ່າ: ນີ້ຄື “ສະປຸດນິໂມເມນ” ໂດຍອ້າງເຖິງຜົນສຳເລັດຂອງຣັດເຊຍເມື່ອຄັ້ງຍັງເປັນສະຫະພາບໂຊວຽດທີ່ສົ່ງສະປຸດນິກ 1 ດາວທຽມໜ່ວຍທຳອິດຂອງໂລກຂຶ້ນສູ່ວົງໂຄຈອນໂລກໄດ້ສຳເລັດເປັນຄັ້ງທຳອິດເມື່ອປີ 1957.
ເບື້ອງຕົ້ນຍັງບໍ່ມີການຢືນຢັນ ຫລື ເປີດເຜີຍປະສິດທິພາບ ແລະ ຄວາມປອດໄພຂອງວັກແຊງທີ່ຄິດຄົ້ນຂຶ້ນຢູ່ຣັດເຊຍ. ອີກທັງວັກແຊງດັ່ງກ່າວຍັງຢູ່ໃນໄລຍະ 2 ຂອງການທົດສອບ, ແຕ່ເຖິງຢ່າງໃດ ທີມຜູ້ຜະລິດກຽມຕັ້ງເປົ້າຈະທົດລອງໄລຍະ 2 ໃຫ້ສຳເລັດພາຍໃນວັນທີ 3 ສິງຫານີ້ ແລະ ເລີ່ມທົດສອບໄລຍະທີ 3 ຕໍ່ທັນທີ ໂດຍຈະທົດສອບກັບບຸກຄະລາກອນທາງການແພດ ລວມທັງທະຫານໃນກອງທັບ ພ້ອມທັງໃຫ້ເຫດຜົນວ່າ: ທີ່ສາມາດຫລຸດໄລຍະເວລາການທົດສອບວັກແຊງລົງໄດ້ ເນື່ອງຈາກວັກແຊງຕ້ານໂຄວິດ-19 ຂອງຣັດເຊຍເປັນການພັດທະນາຕໍ່ຍອດຈາກວັກແຊງທີ່ໃຊ້ປິ່ນປົວພະຍາດອື່ນກ່ອນແລ້ວ.
ໂດຍທ່ານ ດິມິເທຣບ ຍັງຢືນຢັນວ່າ: ທາງທີມຜູ້ຜະລິດບໍ່ພຽງແຕ່ມຸ່ງຈະເປັນປະເທດທຳອິດທີ່ອະນຸຍາດໃຫ້ໃຊ້ວັກແຊງຕ້ານໂຄວິດ-19 ຢ່າງແຜ່ຫລາຍ, ແຕ່ຍັງໃຫ້ຄວາມສຳຄັນຕໍ່ການປິ່ນປົວ ແລະ ປົກປ້ອງຊີວິດຄົນນຳອີກ. ຫລ້າສຸດຣັດເຊຍຖືເປັນປະເທດທີ່ມີຜູ້ຕິດເຊື້ອສະສົມຫລາຍທີ່ສຸດເປັນອັນດັບທີ 4 ຂອງໂລກ (ປະມານ 8,23 ແສນຄົນ) ຮອງຈາກອາເມລິກາ, ເບຣຊິນ ແລະ ອິນເດຍ ໂດຍມີການກວດຫາເຊື້ອໄປແລ້ວຫລາຍກວ່າ 27,3 ລ້ານຕົວຢ່າງໄລຍະ 7 ເດືອນຜ່ານມາ.

