ນະຄອນດານັງ ຫວຽດນາມ ປິດເມືອງຍ້ອນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 11 ຄົນ

ຂ່າວຈາກຄະນະສະເພາະກິດລະດັບຊາດເພື່ອປ້ອງກັນ ໂຄວິດ-19 ຂອງຫວຽດນາມໃຫ້ຮູ້ວັນທີ 27 ກໍລະກົດນີ້ວ່າ: ນະຄອນດານັງໄດ້ພົບເຫັນຜູ້ຕິດເຊື້ອໂຄວິດ-19 11 ຄົນ.
ຈຳນວນຜູ້ຕິດເຊື້ອດັ່ງກ່າວມີອາຍຸແຕ່ 24-70 ປີ, ໃນນັ້ນ ມີ 7 ຄົນທີ່ກຳລັງນອນປິ່ນປົວຕົວຢູ່ໃນພະແນກຫົວໃຈ, ພະແນກພັກຟື້ນສຸຂະພາບເພື່ອຕ້ານທາດເບື່ອ, ພະແນກເຂດຮ້ອນ, ພະແນກໄຕ-ໄຂ່ຫຼັງ ແລະ ອີກ 4 ຄົນແມ່ນພະນັກງານແພດຂອງໂຮງໝໍດານັງເອງ.
ຫພາຍຫຼັງຖືກສັ່ງປິດເມືອງໃນວັນທີ 26 ກໍລະກົດແລ້ວ, ທາງໂຮງໝໍດານັງໄດ້ເອົາຕົວຢ່າງສົ່ງໄປໃຫ້ສູນຄວບຄຸມພະຍາດນະຄອນດານັງເພື່ອກວດຫາເຊື້ອ. ຜົນກວດອອກມາໃນວັນທີ 27 ກໍລະກົດ ພົບວ່າ ມີ 11 ຄົນຜົນເປັນບວກ. ປັດຈຸບັນໂຮງກຳລັງແຍກປ່ຽວ ແລະ ປິ່ນປົວຢູ່ພວກກ່ຽວຢູ່ທີ່ໂຮງໝໍນະຄອນດານັງ.
ຂ່າວ: ລູກເມືອງພວນ.

