ເຜີຍຄົນຮ້າຍກໍ່ເຫດລະເບີດຢູ່ບຣຸກແຊນເປັນຊາວມາຣົກ

ບຣຸກແຊນ 21 ມິຖຸນາ: ລັດຖະບານແບນຊິກເປີດເຜີຍໃນວັນທີ 21 ມິຖຸນານີ້ວ່າ: ຊາວຊາວມາຣົກເປັນຄົນຮ້າຍທີ່ພະຍາຍາມຈະ ກໍ່ເຫດກໍ່ການຮ້າຍໃຊ້ລະເບີດທີ່ມີຕະປູບັນຈຸຢູ່ພາຍໃນໂຈມຕີສະຖານີລົດໄຟທີ່ມີຄົນໜາແໜ້ນຢູ່ນະຄອນຫລວງບຣຸກແຊນ ຂອງ ແບນຊິກ.
+ ທະຫານແບນຊິກຍິງຊາຍຕ້ອງສົງໄສມີລະເບີດ
ລາຍງານຂ່າວລະບຸວ່າ: ຜູ້ຊາຍອາຍຸ 36 ປີ ທີ່ທາງການລະບຸພຽງຊື່ ໂອ ຊີ ໄດ້ຮ້ອງວ່າພະເຈົ້າຈົ່ງຍິ່ງໃຫຍ່ທີ່ສຸດ ກ່ອນຈະພະຍາຍາມ ຈູດສະນວນລະເບີດໃນກະເປົາເດີນທາງໃນກຸ່ມຜູ້ໂດຍສານຢູ່ສະຖານີລົດໄຟບຣຸກແຊນ ເຊັນທຣັດ ໃຈກາງນະຄອນຫລວງຂອງ ແບນຊິກ, ແຕ່ຖືກທະຫານຍິງເສຍຊີວິດກ່ອນ. ຜູ້ຕ້ອງສົງໄສຄົນນີ້ອາໄສຢູ່ເຂດໂມເລນບິກ ເຊິ່ງເປັນເຂດທີ່ຢູ່ອາໄສຂອງຜູ້ອົບພະ ຍົບ ຢູ່ຕິດກັບນະຄອນຫລວງບຣຸກແຊນ ແລະ ຜູ້ຕ້ອງສົງໄສຫລາຍຄົນທີ່ກໍ່ເຫດໂຈມຕີກ່ອນໜ້ານີ້ກໍກ່ຽວຂ້ອງກັບເຂດດັ່ງກ່າວ, ແຕ່ຜູ້ຕ້ອງສົງໄສຄົນຫລັງສຸດ ເຈົ້າໜ້າທີ່ຕຳຫລວດບໍ່ມີປະຫວັດການກະທຳຄວາມຜິດກ່ຽວກັບການກໍ່ການຮ້າຍມາກ່ອນ. ນາຍົກ ລັດຖະມົນຕີ ຊາວ ມິເຊລ ຂອງແບນຊິກ ກ່າວວ່າ: ເຈົ້າໜ້າທີ່ສາມາດປ້ອງກັນເຫດກໍ່ການຮ້າຍໄດ້ສຳເລັດໃນເທື່ອນີ້ ແລະ ທ່ານ ກ່າວວ່າ: ຈະມີການເພີ່ມມາດຕະການຮັກສາຄວາມປອດໄພໃຫ້ເຂັ້ມງວດຍິ່ງຂຶ້ນ ແລະ ຍັງບໍ່ປ່ຽນແປງລະດັບການເຕືອນໄພດ້ານ ການກໍ່ການຮ້າຍ.

