ຊິນຈຽງພົບຜູ້ຕິດເຊື້ອໂຄວິດ-19 ຕິດເຊື້ອໃນທ້ອງຖິ່ນໃໝ່ 9 ຄົນ ບໍ່ສະແດງອາການອີກນັບສິບ

ວັນທີ 22 ກໍລະກົດ, ຄະນະກຳມະການສຸຂະພາບເຂດປົກຄອງຕົນເອງຊິນຈຽງອຸຍກູ ທາງຕາເວັນຕົກສຽງເໜືອຂອງຈີນ ລາຍງານການກວດພົບຜູ້ຕິດເຊື້ອໄວຣັສໂຄໂຣນາ 2019 (ໂຄວິດ-19) ທີ່ໄດ້ຮັບການຢືນຢັນຜົນວ່າຕິດເຊື້ອໃນທ້ອງຖິ່ນເພີ່ມ 9 ຄົນໃນວັນທີ 21 ກໍລະກົດ ໂດຍພົບຢູ່ນະຄອນອຸຣຸມຊີ ເມືອງເອກຂອງຊິນຈຽງ. ອີກທັງຍັງມີລາຍງານພົບຜູ້ຕິດເຊື້ອບໍ່ສະແດງອາການໃໝ່ອີກ 14 ຄົນຢູ່ເມືອງເອກແຫ່ງນີ້.
ທັງນີ້ ຊິນຈຽງລາຍງານການກວດພົບຜູ້ຕິດເຊື້ອໂຄວິດ-19 ທີ່ໄດ້ຮັບການຢືນຢັນຜົນທັງໝົດ 64 ຄົນ ແລະ ຜູ້ຕິດເຊື້ອບໍ່ສະແດງອາການ 69 ຄົນ ລະຫວ່າງວັນທີ 15-21 ກໍລະກົດຜ່ານມາ ແລະ ເມື່ອນັບຮອດວັນທີ 21 ກໍລະກົດ ຊິນຈຽງມີຜູ້ຢູ່ພາຍໃຕ້ການສັງເກດການທາງການແພດທັງໝົດ 3.162 ຄົນ.

