ຕົ້ນປີ 2020 ສາມາດມ້າງຄະດີໄດ້ 1.749 ເລື່ອງ ຢຶດຢາເສບຕິດ ຫຼາຍພັນກິໂລ

6 ເດືອນ ຕົ້ນປີນີ້, ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນທົ່ວປະເທດ ສາມາດມ້າງຄະດີຢາເສບ ຕິດໄດ້ 1.700 ກວ່າເລື່ອງ. ໃນນີ້, ຢືດເຮໂຣອີນ ໄດ້ 351 ກວ່າກິໂລກຼາມ, ຢາໄອສ໌ 1.891 ກວ່າກິໂລກຼາມ, ຢາບ້າ 6.137.287 ເມັດ, ກັນຊາ 3.811 ກິໂລກຼາມ, ຝິ່ນ 51 ກວ່າກິໂລກຼາມ, ຜົງຂາວ 26 ກິໂລກຼາມ, ຢາອີ 10 ເມັດ ແລະ ຢຶດເຄື່ອງຂອງກາງທີ່ພົວພັນກັບຄະດີໄດ້ຫຼາຍລາຍການ.

ກອງປະຊຸມສະຫຼຸບວຽກງານ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ຈັດຂຶ້ນໃນວັນທີ 14 ກໍລະກົດ ຜ່ານມາ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2020 ໃນທົ່ວປະເທດ ສາ ມາດມ້າງຄະດີໄດ້ 1.749 ເລື່ອງ ຈັບຜູ້ຖືກຫາ 2.438 ຄົນ, ຍິງ 263 ຄົນ. ໃນນີ້, ມີຄົນຕ່າງປະເທດ 66 ຄົນ, ຍິງ 7 ຄົນ. ມີຄະດີຄະດີຢາເສບຕິດລາຍໃຫຍ່ 11 ເລື່ອງ; ຢຶດດເຮໂຣອີນ 351,39 ກິໂລກຼາມ, ຢາໄອສ໌ 1.891,84 ກິໂລກຼາມ, ຢາບ້າ 6.137.287 ເມັດ, ໜັກ 613,72 ກິໂລກຼາມ, ກັນຊາ 3.811 ກິໂລກຼາມ, ຝິ່ນ 51,2 ກິໂລກຼາມ, ນໍ້າຢາເຄມີ 7,3 ກິໂລກຼາມ, ແປ້ງຝຸ່ນທີ່ໃຊ້ປະສົມຢາເສບຕິດ 4,71 ກິໂລກຼາມ, ຜົງຂາວ 26,1 ກິໂລກຼາມ, ຢາອີ10 ເມັດ ແລະ ເຄື່ອງຂອງກາງອື່ນໆ ອີກຈຳນວນໜຶ່ງ.

ສະເພາະ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ມ້າງຄະດີໄດ້ 4 ເລື່ອງ, ຈັບຜູ້ຖືກຫາ 20 ຄົນ ຢຶດຢາບ້າ 6.840 ເມັດ, ຢາໄອສ໌ 202 ກິໂລກຼາມ, ເຮໂຣອິນ 195 ກິໂລກຼາມ, ລົດໃຫຍ່ 4 ຄັນ, ລົດຈັກ 3 ຄັນ ແລະ ເຄື່ອງອື່ນໆຈຳນວນໜຶ່ງ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ