ເດືອນມິຖຸນາລາວຂາດດຸນການຄ້າ ປະມານ 82 ລ້ານໂດລາສະຫະລັດ

ສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ ແຈ້ງໃຫ້ຮູ້ວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າຂອງລາວ ໃນເດືອນມິຖຸນາຜ່ານມານີ້ ບັນລຸໄດ້ປະມານ 757 ລ້ານໂດລາສະຫະລັດ (ຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ), ໃນນັ້ນ ມູນຄ່າການສົ່ງອອກບັນລຸໄດ້ປະມານ 337 ລ້ານໂດລາສະຫະລັດ, ສ່ວນມູນຄ່າການນໍາເຂົ້າມີປະມານ 419 ລ້ານໂດລາສະຫະລັດ ໂດຍສະເລ່ຍພຽງເດືອນດຽວລາວເຮົາຂາດດຸນການຄ້າປະມານ 82 ລ້ານໂດລາສະຫາລັດ ກໍອາດມີສ່ວນເຮັດໃຫ້ເງິນກີບເຮົາອ່ອນຄ່າ, ໃນນັ້ນ ສິນຄ້າສົ່ງອອກຫລັກປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ເຍື່ອໄມ້, ເສດເຈ້ຍ, ຊິ້ນສ່ວນກ້ອງບັນທຶກພາບ, ເຄື່ອງດື່ມ, ຄຳປະສົມ ແລະ ຄຳແທ່ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ, ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ກາເຟ. ສ່ວນໝວດສິນຄ້ານໍາເຂົ້າຫລັກມີ ພາຫະນະ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນເຊື້ອໄຟ, ອຸປະກອນກົນຈັກ, ເຫລັກ, ເຄື່ອງດື່ມ, ຊິ້ນສ່ວນອາໄຫລ່ລົດ, ເຫລັກເສັ້ນ ແລະ ເຫລັກຮູບປະພັນຕ່າງໆ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ແລະ ຝຸ່ນ (ປຸ໋ຍ).
ປະເທດທີ່ລາວສົ່ງອອກສິນຄ້າຫລັກມີ ສປ ຈີນ, ຫວຽດນາມ, ໄທ, ອິນເດຍ ແລະ ຍີ່ປຸ່ນ. ສຳລັບບັນດາປະເທດທີ່ ສປປ ລາວ ນໍາເຂົ້າສິນຄ້າຫລາຍກວ່າໝູ່ແມ່ນຣາຊະອານາຈັກໄທ, ສປ ຈີນ, ຫວຽດນາມ, ຢີ່ປຸ່ນ ແລະ ສະຫະລັດອາເມລິກາ

