ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 21 ກໍລະກົດ 2020

- AZD1222 ວັກແຊງ Coronavirus ທີ່ພັດທະນາໂດຍມະຫາວິທະຍາໄລ Oxford ແລະ AstraZeneca ບໍລິສັດດ້ານການຢາ ໄດ້ໂຊຜົນການທົດລອງທີ່ສາມາດສ້າງພູມຄຸ້ມກັນໄດ້ຢ່າງແຂງແຮງ (ທັງ Antibody ແລະ T-Cell) ແລະ ຍັງໄດ້ຜົນການທົດສອບທີ່ອອກມາໃນລະດັບປອດໄພນຳອີກ.
ຜົນການທົດລອງໃນເບື້ອງຕົ້ນນີ້ເຊື່ອມໂຍງກັບກຸ່ມທົດລອງທັງໝົດ 1.077 ຄົນ ແລະ ຖືກເປີດເຜີຍໃນວາລະສານທາງການແພດລະດັບໂລກຊື່ The Lancet. ຂະນະທີ່ ລັດຖະບານໄດ້ມີຄຳສັ່ງຊື້ວັກແຊງເຫລົ່ານີ້ແລ້ວຈຳນວນ 100 ລ້ານໂດສ.
ນອກຈາກນີ້ The Lancet ຍັງໄດ້ລາຍງານກ່ຽວກັບວັກແຊງທີ່ມີປະສິດທິພາບດີຈາກປະເທດຈີນ ເຊິ່ງມີຄຸນສົມບັດຄືກັບວັກແຊງຂອງ Oxford ເຊິ່ງປາກົດຜົນການທົດລອງທີ່ປອດໄພ ແລະ ມີປະສິດທິພາບໃນການກະຕຸ້ນການຕອບສະໜອງຂອງພູມຄຸ້ມກັນໄວຣັສ.
- ສະຫະພາບເອີຣົບບັນລຸຂໍ້ຕົກລົງໃນການປັບໃຊ້ມາດຕະການກະຕຸ້ນເສດຖະກິດເພີ່ມ ຫລັງຈາກການເຈລະຈາທີ່ຍາກລຳບາກຢ່າງຕໍ່ເນື່ອງ 5 ວັນຜ່ານມາ ໂດຍ 4 ປະເທດທີ່ຂຶ້ນຊື່ວ່າປະຢັດທີ່ສຸດໄດ້ຢືນຢັນເຖິງຈຳນວນທີ່ພວກເຂົາຕ້ອງການ ລວມທັງເງື່ອນໄຂການຊຳລະໜີ້ຕ່າງໆ.
ເຖິງຢ່າງໃດກໍຕາມ ລາຍງານຊີ້ໃຫ້ເຫັນວ່າມາດຕະການກະຕຸ້ນຄັ້ງໃໝ່ນີ້ ມີພຽງ 50% ກັບອີກເລັກໜ້ອຍເທົ່ານັ້ນທີ່ເປັນເງິນອຸດໜູນຈາກເງິນທັງໝົດ 859.000 ລ້ານໂດລາ ແລະ ສ່ວນທີ່ເຫລືອຈະເປັນເງິນເພື່ອປ່ອຍກູ້.
- Ant Group ເຊິ່ງເປັນໜ່ວຍງານດ້ານການຈ່າຍເງິນຂອງ Alibaba ໄດ້ປະກາດເຖິງແຜນການທີ່ຈະເຂົ້າຈົດທະບຽນໃນຕະຫລາດ STAR Market ຂອງ Shaghai ແລະ ຕະຫລາດ Kong Kong Stock Exchange.
ການເຄື່ອນໄຫວຄັ້ງນີ້ຖືເປັນສິ່ງທີ່ໜ້າຕິດຕາມທ່າມກາງຄວາມເຄັ່ງຕຶງທາງການຄ້າທີ່ທະວີຄວາມຮຸນແຮງຂຶ້ນ ໂດຍ Ant Group ເລືອກຈະເບິ່ງຂາມຕະຫລາດຫຸ້ນ New York ເຖິງວ່າພວກເຂົາອາດກາຍເປັນຜູ້ຊື້ລາຍໃຫຍ່ທີ່ສຸດຂອງປີ ເນື່ອງຈາກມີນັກລົງທຶນຫລາຍຄົນໃນນັ້ນກຳລັງເຝົ້າລໍລາຄາ IPO ຢ່າງໃຈຈົດໃຈຈໍ.
ຫລັງຈາກການເພີ່ມງົບດຸນໃນປີ 2018 ບໍລິສັດສາມາດເປີດໃຫ້ບໍລິການຊ່ອງທາງການຊຳລະເງິນຜ່ານມືຖືທີ່ໄດ້ຮັບຄວາມນິຍົມສູງສຸດ ເຊິ່ງມີມູນຄ່າເຖິງ 150.000 ລ້ານໂດລາ.
ແນ່ນອນວ່າເລື່ອງນີ້ໄດ້ໄປສະໜັບສະໜູນໃຫ້ຄ່າເງິນໂດລາຮົງກົງແຂງຄ່າຂຶ້ນອີກ ເມື່ອທຽບໃສ່ເງິນໂດລາສະຫະລັດ.
- Chevron ໄດ້ຕົກລົງຈະລວມກິດຈະການກັບ Noble Energy ເຊິ່ງເປັນບໍລິສັດສຳຫລວດນ້ຳມັນ.
ຂໍ້ຕົກລົງຄັ້ງນີ້ມີມູນຄ່າ 13.000 ລ້ານໂດລາ ໂດຍ Chevron ຈະເຂົ້າຮັບພາລະໜີ້ຂອງ Noble ຈຳນວນ 8.000 ລ້ານໂດລາ. ການປະກາດຄັ້ງນີ້ຖືເປັນ Big Deal ຄັ້ງທຳອິດນັບແຕ່ມີການລະບາດເກີດຂຶ້ນທົ່ວໂລກ ແລະ ເຮັດໃຫ້ລາຄານ້ຳມັນພັງທະລາຍລົງ.
Chevron ຫວັງວ່າການລວມກິດຈະການຄັ້ງນີ້ຈະເພີ່ມຄວາມແຂງແຮງໃນສ່ວນຂອງການຂຸດເຈາະແກັສທຳມະຊາດທົ່ວໂລກ ແລະ ເຕັກໂນໂລຊີ Shale Oil ຂອງອາເມລິກາ.
- Renault ບໍລິສັດຜະລິດລົດຍົນຊັ້ນນຳສັນຊາດຝຣັ່ງ ໄດ້ປະກາດຍອດຂາຍຫລຸດລົງ 35% ໃນເຄິ່ງທຳອິດຂອງປີ 2020 ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ.
ເຖິງຢ່າງໃດກໍຕາມ, ພວກເຂົາໄດ້ລາຍງານການຟື້ນຕົວຢ່າງແຂງແຮງໃນເດືອນມິຖຸນາຜ່ານມາເຊັ່ນກັນ ໂດຍຍອດຂາຍລົດໄຟຟ້າທັງໝົດຂອງພວກເຂົາທີ່ມີຊື່ລຸ້ນວ່າ ZOE ເພີ່ມຂຶ້ນເຖິງ 38% ເຊິ່ງເຮັດພວກເຂົາກາຍເປັນບໍລິສັດທີ່ສ້າງຍອດຂາຍໄດ້ດີທີ່ສຸດຢູ່ເອີຣົບ.
- ປະທານາທິບໍດີ ໂດນັລ ທຣຳ ໄດ້ຂູ່ວ່າທ່ານຈະສົ່ງໜ່ວຍງານຈາກລັດຖະບານກາງເຂົ້າໄປເມືອງຕ່າງໆ ເພື່ອຈະຟື້ນຄືນໃນສິ່ງທີ່ທ່ານເອີ້ນວ່າ “Law and Order” (ຄຳສັ່ງ ແລະ ກົດລະບຽບ).
ເມື່ອບໍ່ດົນມານີ້, ໜ່ວຍງານຂອງລັດຖະບານກາງຍັງລາດຕະເວນຢູ່ໃນເມືອງ Portland ແລະ ພາຍໃນລັດ Oregon ແລະ ມີການໃສ່ຊຸດປ້ອງກັນເພື່ອຍິງແກັສນ້ຳຕາເຂົ້າສູ່ກຸ່ມຜູ້ປະທ້ວງ.
ໂດຍຄາດວ່າລັດ Chicago ຈະເປັນສະຖານທີ່ຕໍ່ໄປທີ່ທ່ານ ທຣຳ ຈະສົ່ງໜ່ວຍງານຈາກລັດຖະບານກາງເຂົ້າປາບປາມ ແລະ ນອກຈາກນີ້ ທ່ານຍັງໄດ້ເລັ່ງໃສ່ລັດ Detroit, New York ແລະ Philadelphia ເອົາໄວ້ນຳອີກ.
ບັນທຶກຂອງທ່ານທັງໝົດນີ້ຖືກເຜີຍແຜ່ໂດຍເຈົ້າຄອງລັດຂອງຝ່າຍ Democrat.
- ລັດຖະບານເມັກຊິກໄດ້ເປີດເຜີຍຂໍ້ມູນເບື້ອງຕົ້ນ ເຊິ່ງສະແດງໃຫ້ເຫັນວ່າມີການຄາດຕະກຳເກີດຂຶ້ນເຖິງ 17.439 ຄັ້ງໃນໄລຍະ 6 ເດືອນທຳອິດຂອງປີ ເຊິ່ງຖືເປັນສະຖິຕິສູງສຸດຕະຫລອດການ ເຖິງວ່າໄລຍະ 3 ເດືອນຫລັງຂອງເຄິ່ງປີທຳອິດຈະມີອັດຕາການຄາດຕະກຳຫລຸດລົງມາ.
ການຄາດຕະກຳເພດຍິງເພີ່ມຂຶ້ນສູງ ໂດຍ Andres Manuel Lopez Obrador ປະທານາທິບໍດີຂອງປະເທດ ໄດ້ອອກມາໃຫ້ຄຳໝັ້ນຈະຫລຸດຄະດີຄາດຕະກຳພາຍໃນປະເທດລົງ ຫລັງເຂົ້າຮັບຕຳແໜງເມື່ອປີ 2018.
