ລາວໂຕໂຢຕ້າພິກຊະນະຊ້າງນ້ອຍ 2-1 , ວຽງຈັນ​ເອັຟຊີ ພາດ3ແຕ້ມ ຫລັງນຳກ່ອນ 3-0 ຖືກອັດສະວິນຟ້າ-ຂາວ​ໄລ່ຕີສະເໝີ​ 3-3, ເອສະຣາ ແລະ ປກສ ກິນກັນບໍ່ລົງສະເໝີ 0-0

ຜົນ​ການ​ແຂ່ງ​ຂັນ​ບານ​ເຕະ ເປບ​ຊີ ລາວ​ລີກ 1 ປະ​ຈຳ​ປີ 2020 ປະຈຳອາທິດທີ່ 2 ມີການແຂ່ງຂັນ ທັ້ງໝົດ 3 ຄູ່,

ຄູ່ວັນເສົາວັນທີ່ 18/07/2020 ລາວໂຕໂຢຕ້າ ເອັຟຊີ ຊະນະ ຊ້າງນ້ອຍ ເອັຟຊີ 2-1 (ສະໜາມຫຼັກ 16 ສະໜາມໃນ)

– ຊ້າງ​ນ້ອ​ຍ ໄດ້​ປະ​ຕູ​ຈາກ: TAKUMU NISHIHARA ນາທີ 26.

– ລາວໂຕໂຢຕ້າ ໄດ້ປະຕູຈາກ: LAERCIO GOMES COSTA (ຈຸດໂທດ ນາທີ 31), ແລະ ປະຕູໄຊຈາກ ພຸດດາວີ ພົມມະສານ ນາທີ 63.

ຄູ່ວັນເສົາວັນທີ່ 18/7/2020 ວຽງຈັນ ເອັຟຊີ (ຈາກແຂວງວຽງຈັນ) ສະເຫມີ ວຽງຈັນ ເອັຟທິ 3-3 (ສະໜາມຫຼັກ 16 ສະໜາມນອກ)

– ວຽງຈັນ ເອັຟຊີ ໄດ້​ປະ​ຕູ​ຈາກ: ພຸດ ໄມພອນ ນາທີ 12,​ ສຸກພະຈັນ ເລື່ອນທາລາ ນາທີ 22,​ 33.

– ວຽງຈັນ ເອັຟທີ ໄດ້​ປະ​ຕູ​ຈາກ: ສອນໄຊ ພັນທະໄຊ ນາທີ 50,​ ໄວທະຍາ ສີສົງຄາມ ນາທີ 63 ແລະ ທັດສະພອນ ໄຊສຸກ ນາທີ 82.

ຜົນ​ການ​ແຂ່ງ​ຂັນ​ບານ​ເຕະ ເປບ​ຊີ ລາວ​ລີກ 1 ປະ​ຈຳ​ປີ 2020

ຄູ່ວັນ​ອາທິດວັນທີ່ 19/07/2020

-ເອສະຣາ ເອັຟຊີ ສະເໝິີ ປກສ ເອັຟຊີ 0-0 (ສະໜາມຫຼັກ 16 ສະໜາມໃນ)

ພາບ: ຫຼ້າວົງໄຊ

ພາບ: ລາວລີກ 1