ຕ້ານໂຄວິດມາເຈິະຝົນ ໜີຝົນ ມາພົບແດດ

ພະຍາດໂຄວິດລະບາດບໍ່ທັນມີວີ່ແວວວ່າຈະເຊົາລົງງ່າຍໆ, ຈີນມາພົບກັບຝົນຕົກໜັກ ນໍ້າຖ້ວມເປັນວົງກວ້າງໃນພາກໃຕ້ຂອງປະເທດ ເຮັດໃຫ້ປະຊາຊົນຫຼາຍລ້ານຄົນໄດ້ຮັບຜົນກະທົບ, ອົບພະຍົບຫຼົບໜີ, ເຮືອນຊານບ້ານຊ່ອງ ຊັບສິນຖືກນໍ້າຖ້ວມ ເສຍຫາຍຢ່າງໜັກ. ຜົນເສຍຫາຍຈາກໄພນໍ້າຖ້ວມບໍ່ທັນໄດ້ຮັບການປັບປຸງ, ຊໍ້າພັດມີອາກາດຮ້ອນກະໜໍ່າເຂົ້າມາໃນຈີນ, ຊຶ່ງຄາດວ່າກໍຈະສ້າງຄວາມຫຍຸ້ງຍາກ ແລະ ຜົນກະທົບບໍ່ໜ້ອຍຕໍ່ການດຳລົງຊີວິດຂອງປະຊາຊົນ ໂດຍສະເພາະແມ່ນການປູກຝັງ, ຜະລິດກະສິກຳໃນຈີນ.
ວັນທີ 16 ກໍລະກົດນີ້, ສູນກາງອຸຕຸນິຍົມຂອງຈີນ ໄດ້ອອກປະກາດແຈ້ງການເຕືອນໄພອາກກາດຮ້ອນລະດັບສີສົ້ມ ດ້ວຍອຸນຫະພູມທີ່ສູງຂຶ້ນໃນຂະນະທີ່ກຳລັງປ່ຽນຖ່າຍຈາກລະດູຝົນເຂົ້າສູ່ລະດູຮ້ອນ.
ສູນກາງອຸຕຸນິຍົມ, ວັນທີ 17 ກໍລະກົດນີ້, ໃຫ້ຮູ້ວ່າ: ຢູ່ຫຼາຍເຂດໃນແຂວງ ຟູຈ້ຽນ, ຈຽງຊີ, ຫູໜານ, ກວາງຕຸ້ງ, ໄຫຫຼຳ…ອາດຈະປະເຊີນກັບອາກາດຮ້ອນອົບເອົ້າ 37-39 ອົງສາ.
NMC ໄດ້ແຈ້ງເຕືອນໃຫ້ປະຊາຊົນຕຽມພ້ອມປ້ອງກັນຄວາມຮ້ອນ ແລະ ຜູ້ອອກແຮງງານໃນສະຖານທີ່ໂລ່ງແຈ້ງຕ້ອງມີວິທີການປ້ອງກັນຕົນເອງ.
ຢູ່ເຂດມົນທົນ ຈຽງຊີ ຊຶ່ງເປັນແຂວງທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພນໍ້າຖ້ວມແຕ່ວັນທີ 6-14 ກໍລະກົດນີ້. ປະຊາຊົນຫຼາຍກວ່າ 6,42 ຄົນໄດ້ຮັບຜົນກະທົບຢ່າງໜັກ ແລະ ມາບັດນີ້ກຳລັງຈະໄດ້ຮັບຜົນກະທົບຈາກອາກາດຮ້ອນມາຊໍ້າເຕີມອີກຄັ້ງ.
ຂ່າວ: ລູກເມືອງພວນ

