u-money ແລະ ທຄຕລ BCEL One ຮ່ວມມືກັນເຊື່ອມຕໍ່ລະບົບການບໍລິການ ການເງິນເທິງມືຖື

ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ໄດ້ຕົກລົງຮ່ວມມືກັນພັດທະນາເຊື່ອມຕໍ່ລະບົບການບໍລິການ ການເງິນເທິງມືຖື (u-money) ແລະ ການບໍລິການ ທະນາຄານເທິງມືຖື ຂອງ ທຄຕລ (BCEL One), ເຊິ່ງພິທີຮ່ວມລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ກໍລະກົດນີ້ ຢູ່ທີ່ນະຄອນຫລວງວຽງຈັນ, ລະຫວ່າງ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທ່ານ ລິວ ແມ໋ງ ຮ່າ ຜູ້ອໍານວຍການບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ແລະ ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ. ໂດຍການເຂົ້າຮ່ວມຂອງທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຄຸ້ມຄອງລະບົບຊຳລະສະສາງ ທະນາຄານ ແຫ່ງ ສປປ ລາວ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.
ເພື່ອແນໃສ່ຄົ້ນຄວ້າ ແລະ ພັດທະນາການຮ່ວມມື ເພື່ອເຊື່ອມຕໍ່ລະບົບກະເປົາເງິນເອເລັກໂຕຣນິກ u-momey ຂອງບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວກັບ ລະບົບ BCEL One ຂອງ ທຄຕລ ເພື່ອໃຫ້ສາມາດຮອງຮັບການໂອນເງິນຈາກບັນຊີຜູ້ໃຊ້ແອັບ u-money ຫາບັນຊີ ທຄຕລ ແລະ ໂອນເງິນຈາກບັນຊີ ທຄຕລ ຜ່ານ BCEL One ຫາບັນຊີຜູ້ໃຊ້ແອັບ u-money ໄດ້, ທັງນີ້ ເພື່ອເປັນການເປີດກວ້າງການເຂົ້າເຖິງການບໍລິການດ້ານການທະນາຄານໃຫ້ສະດວກ ແລະ ເຂົ້າເຖິງທຸກພື້ນທີ່ ໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນເຂດຫ່າງໄກສອກຫລີກ. ເນື່ອງຈາກລູກຄ້າ ທີ່ມີບັນຊີກະເປົາເງິນເອເລັກໂຕຣນິກ u-money ນຳໃຊ້ເທິງເຄືອຂ່າຍສັນຍານໂທລະສັບໂດຍບໍ່ຈຳເປັນຕ້ອງນຳໃຊ້ອິນເຕີເນັດ ກໍສາມາດໂອນເງິນເຂົ້າບັນຊີ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ກໍສາມາດໂອນເງິນຜ່ານແອັບ BCEL One ເຂົ້າບັນຊີກະເປົາເງິນເອເລັກໂຕຣນິກ u-money ໄດ້ເຊັ່ນດຽວກັນ, ເຊິ່ງເປັນການອໍານວຍຄວາມສະດວກສະບາຍ ໃຫ້ກັບລູກຄ້າທັງສອງຝ່າຍໃນການຊໍາລະສະສາງ ແລະ ເຮັດທຸລະກຳທາງການເງິນຕ່າງໆ ໂດຍສະເພາະແມ່ນການໂອນເງິນ, ການຊຳລະຄ່າບໍລິການຕ່າງໆ ໄດ້ຢ່າງງ່າຍດາຍ ແລະ ວ່ອງໄວຍິ່ງຂຶ້ນ.
ໃນໂອກາດນີ້, ຄະນະອຳນວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ໄດ້ມີຄຳເຫັນວ່າ: ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງຫມາຍການຄ້າ ຢູມັນນີ້ u-money, ເປັນ ບໍລິສັດໃນເຄືອຂອງ ສະຕາ ໂທລະຄົມ ເຊິ່ງໄດ້ຮັບການອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງການບໍລິການ ການເງິນ ຜ່ານລະບົບມືຖື ສາມາດເຮັດທຸລະກໍາ ໂອນເງິນຖອນເງິນອອກເປັນເງິນສົດ-ການຊໍາລະ ບໍລິການຕ່າງໆ ໂດຍຜ່ານລະບົບມືຖື, ສ້າງຄວາມສະດວກສະບາຍໃຫ້ແກ່ລູກຄ້າ ທີ່ນໍາໃຊ້ມືຖືໃນທົ່ວປະເທດ ແລະ ພິເສດ ແມ່ນອໍານວຍຄວາມສະດວກໃຫ້ແກ່ລູກຄ້າທີ່ນໍາໃຊ້ມືຖືຫລາຍກວ່າ 3 ລ້ານເລກໝາຍຂອງຢູນີເທວ ເຊິ່ງແນ່ນອນ u-money ຈະຊ່ວຍໃຫ້ປະຊາຊົນເຂດຫ່າງໄກ ສາມາດເຂົ້າເຖິງການບໍລິການດ້ານການເງິນ- ການທະນາຄານໄດ້ຢ່າງສະດວກເປັນຕົ້ນແມ່ນການເຂົ້າເຖິງການຝາກເງິນ-ການຖອນເງິນ-ການໂອນເງິນ, ສ້າງຄວາມສະດວກສະບາຍ ແລະ ປອດໄພ ໂດຍ ສະເພາະແມ່ນປະຊາຊົນທີ່ດໍາລົງຊີວິດຢູ່ຕ່າງແຂວງ, ເຂດຫ່າງໄກສອກຫລີກ,ເສີມສ້າງພື້ນຖານໃນການພັດທະນາ ເສດຖະກິດຊຸມຊົນໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ. ພ້ອມທັງເສີມສ້າງການໃຫ້ບໍລິການ ດ້ານການທະນາຄານເທິງມືຖື ໃຫ້ມີຄວາມສົມບູນຍິ່ງຂື້ນ ດ້ວຍຈຸດປະສົງອັນດຽວກັນ ນັ້ນກໍຄື ການຮັບໃຊ້ສັງຄົມ ໃຫ້ມວນຊົນໄດ້ເຂົ້າເຖິງແຫລ່ງການເງິນ-ການທະນາຄານຢ່າງສະດວກເພື່ອເສີມ ສ້າງການພັດທະນາເສດຖະກິດສັງຄົມ.

