ສະຕາ ຟິນເທັກ ຮ່ວມມືກັບ ທະນາຄານ ເອຊີລີດາ ລາວ ເຊື່ອມຕໍ່ການຊໍາລະ

ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ​ແລະ ທະນາຄານ ເອຊີລີດາ ລາວ ຈໍາກັດ ໄດ້ຕົກລົງການຮ່ວມມືເຊື່ອມຕໍ່ການຊໍາລະ, ເຊິ່ງພິທີຮ່ວມລົງນາມດັ່ງກ່າວໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 15 ກໍລະກົດ​ນີ້, ຢູ່ທີ່ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ດຣ ຮາຍ ສະວາຍ ຜູ້ອໍານວຍການໃຫຍ່ ທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ທ່ານ ລິວແມ໋ງ ຮ່າ ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ແລະ ທັງເປັນຜູ້ອໍານວຍການໃຫ່ຍບໍລິສັດ ສະຕາໂທລະຄົມ. ​ໂດຍ​ການ ເຂົ້າຮ່ວມຂອງ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ.

ແນໃສ່ເປີດກ້ວາງການເຂົ້າເຖິງບໍລິການດ້ານການທະນາຄານໃຫ້ສະດວກວ່ອງໄວຍິ່ງຂຶ້ນ, ບໍ່ວ່າຈະເປັນລູກຄ້າທີ່ມີບັນຊີ ກະເປົາເງິນອີເລັກໂຕຣນິກ ຢູມັນ(u-money) ສາມາດໂອນເງິນເຂົ້າບັນຊີໂດຍກົງຂອງທະນາຄານ ເອຊີລີດາ ລາວ ຈໍາກັດ ແລະ ບັນຊີທະນາຄານ ເອຊີລີດາ ລາວ ຈໍາກັດ ກໍສາມາດໂອນເງິນເຂົ້າບັນຊີກະເປົາເງິນອີເລັກໂຕຣນິກ ຢູມັນນີ (u-money) ໄດ້ເຊັ່ນດຽວກັນ. ເຊິ່ງເຮັດໃຫ້ມີຄວາມງ່າຍຕໍ່ການເຮັດທຸລະກໍາການຊໍາລະ ແລະ ການໃຊ້ບໍລິການຕ່າງໆຂອງທັງສອງຝ່າຍໄດ້ຢ່າງງ່າຍດາຍ ແລະ ວ່ອງໄວ.ຕະຫລອດໄລຍະຜ່ານມາ ບໍລິສັດ ສະຕາ ຟິນເທັກ ຈໍາກັດ ກໍໄດ້ຮ່ວມກັບທະນາຄານອື່ນໆເຊັ່ນ: ທະນາຄານຫຸ້ນສ່ວນ ການຄ້າທະຫານ-ສາຂາລາວ, ທະນາຄານ ລາວ-ຫວຽດ, ທະນາຄານ ມາຣູຮານ ເຈແປນ ລາວ, ທະນາຄານ ຮ່ວມພັດທະນາ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈນຳກັນແລ້ວ, ສ່ວນທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ເປີດບໍລິການດ້ານ “BCEL E-Commerce” ມາແລ້ວເຊັ່ນກັນ.

ຖືເປັນຍຸດທະສາດໜຶ່ງໃນການພັດທະນາຂອງ ບໍລິສັດ ສະຕາ ຟິນເທັກ ຈໍາກັດ ແລະ ທະນາຄານ ເອຊີລີດາ ລາວ ຈໍາກັດ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄ້ວາການຮ່ວມມືທີ່ເປັນປະໂຫຍດອື່ນໆອີກໃນອານາຄົດ.

ບໍລິສັດ ສະຕາຟິນ ເທັກ ມີສະໂລແກນຂອງຕົນວ່າ: “ທະນາຄານເທິງມືຖືຂອງຄົນລາວ” ຈະສືບຕໍ່ຮ່ວມມືກັບພາກສ່ວນອື່ນໆ ເພື່ອອໍານວຍຄວາມ ສະດວກ ໃນການນໍາໃຊ້ ທຸລະກໍາທະນາຄານໃນຍຸກແຫ່ງບໍລິການທະນາຄານ ແບບດີຈິຕອນ.

ບໍລິສັດ ສະຕາ ຟິນເທັກຈໍາກັດຜູ້ດຽວ ພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u-money), ເປັນບໍລິສັດໃນ ເຄືອຂອງ ສະຕາ ໂທລະຄົມ ເຊິ່ງໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ ໃນການສະໜອງບໍລິການ ດ້ານກະເປົາເງິນອີເລັກໂຕຣນິກຢ່າງເປັນທາງການ, ເຊິ່ງການໃຫ້ບໍລິການດັ່ງກ່າວນີ້ຈະເພີ່ມຄວາມສະດວກໃຫ້ແກ່ລູກຄ້າ ແລະ ປະຊາຊົນ ທີ່ອາໄສຢູ່ທຸກຂົງເຂດໃນທົ່ວປະເທດກໍສາມາດເຂົ້າເຖິງທະນາຄານແບບດີຈິຕອນໄດ້ຢ່າງງ່າຍດາຍທີ່ສຸດ.

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ