ກະຊວງສາທາລະນະສຸກ ຫວຽດນາມ ມອບ ຜ້າອັດປາກ-ດັງ 2 ແສນອັນ ໃຫ້ ສປປ ລາວ

ກະຊວງສາທາລະນະສຸກແຫ່ງ ສສ ຫວຽດນາມ ໄດ້ມອບອຸປະກອນການແພດ ປະເພດຜ້າອັດປາກ-ດັງຈຳນວນ 2 ແສນອັນ ໃຫ້ແກ່ກະຊວງສາທາລະນະສຸກ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນວຽກງານການປ້ອງກັນການລະບາດຂອງພະຍາດໂຄວິດ-19 ໂດຍໄດ້ມີພິທີມອບ-ຮັບໃນວັນທີ 15 ກໍລະກົດນີ້ ຢູ່ ສສ ຫວຽດນາມ ເຊິ່ງຕາງໜ້າລັດຖະບານກ່າວຮັບໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ກໍຄືກະຊວງສາທາລະນະສຸກ ສສ ຫວຽດນາມ ທີ່ໃຫ້ການຊ່ວຍເຫລືອດັ່ງກ່າວ ແລະ ຢືນຢັນວ່າອຸປະກອນການແພດທີ່ໄດ້ຮັບຄັ້ງນີ້ ຈະຖືກນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ ຢ່າງມີປະສິດທິຜົນສູງ.
ເຖິງວ່າພະຍາດໂຄວິດ-19 ທົ່ວໂລກຍັງມີການລະບາດຢ່າງໜັກໜ່ວງ, ແຕ່ ສສ ຫວຽດນາມ ແລະ ສປປ ລາວ ເປັນສອງປະເທດທຳອິດທີ່ສາມາດປ້ອງກັນ, ຄວບຄຸມ ແລະ ຕ້ານເຊື້ອພະຍາດໂຄວິດ-19 ໄວ້ໄດ້; ສອງປະເທດຍັງໄດ້ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນຢ່າງເຂັ້ມງວດ, ເພາະຜູ້ຕິດເຊື້ອໂຄວິດ-19 ໃນພາກພື້ນ ແລະ ທົ່ວໂລກແມ່ນຍັງມີສູງ.

