ອັດຕະປື ປະກາດແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດ ແລະ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ

ໃນວັນທີ 13 ກໍລະກົດນີ້ ແຂວງອັດຕະປື ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າຄັງເງິນແຫ່ງຊາດ ແລະ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງຂອງ​ຕົນ ຄື​ໄດ້ແຕ່ງຕັ້ງທ່ານ ສຸກໃໜ ສຸດບຸນລົ້ນ ຮອງຫົວໜ້າສ່ວຍສາອາກອນປະຈຳແຂວງ ຂຶ້ນເປັນຫົວໜ້າຄັງເງິນແຫ່ງຊາດ ປະຈຳແຂວງອັດຕະປື ​ແລະ ແຕ່ງຕັ້ງທ່ານ ຄອນສະຫວັນ ໄຊຍະສອນ ຫົວໜ້າຂະແໜງກວດກາຫລັງການແຈ້ງລາຍຮັບ ເປັນຮອງຫົວໜ້າສ່ວຍສາອາກອນປະຈຳແຂວງຜູ້​ໃໝ່ ຕາມ​ການ​ຕົກລົງ​ຂອງ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ພ້ອມ​ບົ່ງ​ຕົວແຕ່ງຕັ້ງທ່ານ ສຸກໃໝ ສຸດບຸນລົ້ນ ເປັນເລຂາໜ່ວຍພັກຄັງເງິນແຫ່ງຊາດປະຈຳແຂວງ ແລະ ທ່ານ ສຸລິພອນ ຟອງສະໜຸດ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກສ່ວຍສາອາກອນປະຈຳແຂວງອັດຕະປື.