ອ໋ອງໂຕນີ່ ມາກຊີຍາວ ຂື້ນທຳນຽບນັກເຕະຜີສາດແດງທີ່ຍິງປະຕູ ໃນພຣີເມຍລີກອັງກິດເເຕະຫຼັກ 50 ປະຕູຂື້ນໄປ

ອ໋ອງໂຕນີ່ ມາກຊີຍາວ ກອງໜ້າຊາວຝຣັ່ງ ໄວ 24 ປີ ຂອງຜີສາດແດງ ແມນເຊັດເຕີຢູໄນເຕັດ ໄດ້ສ້າງປະວັດສາດຂອງຕົວເອງຈາລຶກຊື່ລົງທຳນຽບນັກເຕະຂອງຜີສາດແດງທີ່ຍິງປະຕູຄົບ 50 ປະຕູຂື້ນໄປ, ໂດຍປະຕູຫຼ້າສຸດທີ່ຍິງໄດ້ແມ່ນນັດທີ່ພົບກັບ ນັກບຸນ ເຊົາແທມຕັ້ນ ເມື່ອວັນທີ່ 13 ກໍລະກົດທີ່ຜ່ານມາ, ມາກຊີຍາວ ໄດ້ຍ້າຍມາຜີສາດແດງເມື່ອປີ 2015 ຈາກ ໂມນາໂກ ດ້ວຍຄ່າໂຕ 60 ລ້ານຢູໂຣ.

10 ນັັກເຕະ ແມນເຊັດເຕີຢູໄນເຕັດ ທີ່ຍິງປະຕູໃນພຣີເມຍລີກອັງກິດໃຫ້ທີມໄດ້ 50 ປະຕູ

  1. ເວນ ຣູນີ້-183 ປະຕູ
  2. ໄຣອັນ ກິກ-109 ປະຕູ
  3. ພອລ ສະໂຄ-107
  4. ຣຸກ ຟານ ນິສເຕີຣອຍ-95 ປະຕູ
  5. ແອນດີ້ ໂຄ-93 ປະຕູ
  6. ໂອເລ່ ກຸນນາ ໂຊຊາ-91 ປະຕູ
  7. ຄິສຕຽນໂນ້ ໂຣນາໂດ-84 ປະຕູ
  8. ເອຣິກ ຄັນໂຕນາ-64
  9. ເດວິດ ແບັກແຮມ-62
  10. ອ໋ອງໂຕນີ່ ມາກຊີຍາວ-50 ປະຕູ

ທີ່ມາ: Squawka