ຜູ້ປະທ້ວງຫລາຍພັນຄົນຊຸມນຸມຢູ່ອິດສະລາແອນ ບໍ່ພໍໃຈການແກ້ໄຂບັນຫາເສດຖະກິດທີ່ເກີດຈາກວິກິດໂຄວິດ-19 ຂອງລັດຖະບານ

ປະຊາຊົນອິດສະລາແອນຫລາຍພັນຄົນຊຸມນຸມປະທ້ວງຢູ່ຈະຕຸລັດຣາບິນໃນເມືອງເທວອາວີບໃນວັນທີ 11 ກໍລະກົດ ເພື່ອສະແດງຄວາມບໍ່ພໍໃຈຕໍ່ບັນຫາເສດຖະກິດທີ່ເກີດຈາກການຮັບມືວິກິດໂຄວິດ-19 ທີ່ບໍ່ມີປະສິດທິພາບຂອງລັດຖະບານ.
ຜູ້ປະທ້ວງເບິ່ງວ່າລັດຖະບານຈ່າຍເງິນຊ່ວຍເຫລືອໃຫ້ປະຊາຊົນຊັກຊ້າເກີນໄປ ລວມທັງບໍ່ພໍໃຈມາດຕະການລັອກດາວ ເຊິ່ງສົ່ງຜົນຕໍ່ການດຳລົງຊີວິດຂອງພວກເຂົາ ໂດຍການປະທ້ວງຄັ້ງນີ້ຈັດຂຶ້ນໂດຍກຸ່ມທຸລະກິດຂະໜາດນ້ອຍ, ພະນັກງານຟຣີແລນ ແລະ ກຸ່ມສິລະປິນນັກສະແດງ ເຊິ່ງຜູ້ຊຸມນຸມຈຳນວນຫລາຍເປັນຄົນໄວໜຸ່ມສາວ.
ແກນນຳຈັດການປະທ້ວງລະບຸວ່າ: ມີຜູ້ມາຮ່ວມຊຸມນຸມຢູ່ຈະຕຸລັດຣາບິນໃນວັນທີ 11 ກໍລະກົດ ປະມານ 10.000 ຄົນ ໂດຍສ່ວນໜຶ່ງໃສ່ຜ້າປິດປາກ-ດັງ ເພື່ອປ້ອງກັນການຕິດເຊື້ອໄວຣັສໂຄໂຣນາ ແຕ່ບໍ່ໄດ້ເວັ້ນໄລຍະຫ່າງທາງສັງຄົມ.
ການປະທ້ວງດຳເນີນໄປຢ່າງສະຫງົບ ຈົນຮອດຕອນຄໍ່າມີເຫດປະທ້ວງລະຫວ່າງຕຳຫລວດ ແລະ ຜູ້ປະທ້ວງທີ່ພະຍາຍາມປິດກັ້ນການຈະລາຈອນທາງແຍກອັນເຣຍລີ ມີຜູ້ຖືກຄວບຄຸມຕົວປະມານ 3-5 ຄົນ.
ທ່ານ ອາຮິໂນມ ໂນໝັດ ໜຶ່ງໃນຜູ້ປະທ້ວງ ເຊິ່ງເປັນເຈົ້າຂອງບໍລິສັດນຳທ່ຽວແຫ່ງໜຶ່ງ ກ່າວຕໍ່ຝູງຊົນວ່າ: ການຕໍ່ສູ້ດຳເນີນໄປເພາະພວກເຂົາບໍ່ໄດ້ຮັບເງິນຊ່ວຍເຫລືອທີ່ເປັນທຳ ແລະ ພວກເຂົາຕໍ່ສູ້ເພື່ອວິຖີຊີວິດ ແລະ ສັກສີຂອງຄວາມເປັນມະນຸດ.

