ບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງໂລກ ກຽມຍ້າຍໄປຫວຽດນາມຫລັງພົ້ນໂຄວິດ

ບໍລິສັດເຕັກໂນໂລຊີລາຍໃຫຍ່ມີແຜນຈະຍ້າຍຖານການຜະລິດໄປຫວຽດນາມ ຫລັງສິ້ນສຸດການລະບາດຂອງໂຄວິດ-19.
ກະຊວງອຸດສາຫະກຳ ແລະ ການຄ້າຂອງຫວຽດນາມເປີດເຜີຍວ່າ: ບໍລິສັດເຕັກໂນໂລຊີລາຍໃຫຍ່ທີ່ສຸດຂອງໂລກຫລາຍແຫ່ງວາງແຜນຈະປ່ຽນເຄືອຂ່າຍການຜະລິດໄປຫວຽດນາມ ຫລັງສິ້ນສຸດການລະບາດໃຫຍ່ແລ້ວ.
ກ່ອນໜ້ານີ້ LG Electronics ຂອງ ສ.ເກົາຫລີ ໄດ້ຍ້າຍສາຍການຜະລິດສະມາດໂຟນທັງໝົດຈາກ ສ.ເກົາຫລີ ໄປເມືອງໄຮຟອງ ທາງຕອນເໜືອຂອງຫວຽດນາມແລ້ວ.
ສ່ວນ Panasonic ຂອງຍີ່ປຸ່ນກຳລັງວາງແຜນຈະຍ້າຍສາຍການຜະລິດທີ່ຜະລິດຕູ້ເຢັນ ແລະ ຈັກຊັກເຄື່ອງຂະໜາດໃຫຍ່ຈາກປະເທດໄທໄປຫວຽດນາມໃນຕົ້ນເດືອນກັນຍາ ເພື່ອປັບປຸງປະສິດທິພາບດ້ານຕົ້ນທຶນ.
Foxconn ຂອງໄຕ້ຫວັນຜູ້ຮັບເໝົາລາຍໃຫຍ່ຂອງ Apple ໄດ້ມີການຂະຫຍາຍການຜະລິດຫູຟັງໄຮ້ສາຍລຸ້ນ AirPods ໃນຫວຽດນາມເພີ່ມເປັນ 4 ລ້ານເຄື່ອງໃນໄຕມາດທີສອງ ຫລື ທຽບເທົ່າກັບ 30% ຂອງການຜະລິດ AirPods ທັງໝົດ.
ກ່ອນໜ້ານີ້ Apple ໃຊ້ຫວຽດນາມເພື່ອປະກອບສາຍເຄເບິລ AirPod ແລະ ສາຍ Lightning ເທົ່ານັ້ນ ແຕ່ໃນເວລານີ້ເບິ່ງຄືວ່າ Apple ຈະຍ້າຍຖານການຜະລິດຈາກປະເທດຈີນມາຫວຽດນາມຫລາຍຂຶ້ນ.
ໃນໄລຍະບໍ່ເທົ່າໃດເດືອນຜ່ານມາ Apple ໄດ້ລະບຸຕຳແໜ່ງງານຈຳນວນຫລາຍໃນຫວຽດນາມລົງເວັບໄຊ Linkedln ເຮັດໃຫ້ເກີດກະແສຄາດການວ່າ Apple ອາດຈະຂະຫຍາຍຖານມາຫວຽດນາມ.
ນອກຈາກນີ້ Foxconn ຍັງກ່າວເປັນຄັ້ງທຳອິດເມື່ອມໍ່ໆນີ້ວ່າ: ຫວຽດນາມກາຍເປັນສູນກາງການຜະລິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສຽງໃຕ້ຂອງບໍລິສັດ ມີໂຮງງານສາມແຫ່ງຢູ່ແຂວງບັກຊາງ ທາງເໜືອ.
VnExpress ລະບຸວ່າ: ຜູ້ຊ່ຽວຊານກ່າວວ່າຫວຽດນາມໄດ້ກາຍເປັນຈຸດໝາຍປາຍທາງການຜະລິດທີ່ສຳຄັນຂອງບໍລິສັດຕ່າງປະເທດ ເນື່ອງຈາກປະສິດທິພາບໃນການຄວບຄຸມໂຄວິດ-19 ໂດຍໃນປະເທດທີ່ມີປະຊາກອນ 96 ລ້ານຄົນ. ມີລາຍງານວ່າມີຜູ້ຕິດເຊື້ອພຽງ 372 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.

