ເດິ ຣ໊ອກ ແຊງ ໂຣນັລໂດ ຂື້ນຄອງຕໍາແໜ່ງໂພສຮູບລົງ IG ໄດ້ຮັບເງິນຫຼາຍທີ່ສຸດໃນໂລກ..!

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດໃຫ້ຮູ້ວ່າ: ດະເວນ ຈອນສັນ ຫຼື ເດິ ຮ໊ອກ ອະດີດນັກມວຍປໍ້າຂວັນໃຈມະຫາຊົນ ທີ່ມີຊື່ສຽງແຫ່ງວົງການ WWE ແລະ ນັກສະແດງຄົນດັງ, ສາມາດແຊງ ຄຣິສເຕຍໂນ ໂຣນັລໂດ ນັກກິລາບານເຕະຊາວໂປຣຕຸເກດ ຂຶ້ນໄປຄອງຕໍາແໜ່ງຜູ້ໂພສສິນຄ້າລົງ ອິນສະຕາແກຣມ ( IG ) ໄດ້ເງິນຫຼາຍທີ່ສຸດ.

ເມື່ອປີທີ່ຜ່ານມາ ໂຣນັລໂດ ຄອງຕໍາແໜ່ງທີ່ໂພສສິນຄ່າລົງ IG ໄດ້ເງິນຫຼາຍທີ່ສຸດ, ແຕ່ຫຼ້າສຸດ ວາລະສານ ຟອບສ໌ ເປີດເຜີຍວ່າ: ເດິ ຣ໊ອກ ຮັບໂປໂມດສິ້ນຄ່າໃຫ້ກັບຫຼາຍຜູ້ສະໜັບສູນຜ່ານ IG ເຮັດໃຫ້ລາວໄດ້ຄັ້ງລະ 986.000 ໂດລາ ເຊິ່ງຫຼາຍກວ່າ ໂຣນັລໂດ ທີ່ໄດ້ຄັ້ງລະ 889.000 ໂດລາ.

ນອກນັ້ນຈາກນັ້ນຍັງເຮັດໃຫ້ ເດິ ຣ໊ອກ ມີຜູ້ຕິດຕາມເພີ່ມຂຶ້ນເປັນ 189 ລ້ານຄົນ ເຊິ່ງການຮັ່ງມີຂອງ ເດິ ຣ໊ອກ ມາຈາກຊື່ສຽງ ແລະ ຄວາມສໍາເລັດກັບຫຼາກຫຼາຍບົດບາດເປັນຕົ້ນແມ່ນ ເປັນນັກເສະແດງນໍາ ຈົນກາຍເປັນນັກສະແດງທີ່ຮັ່ງມີທີ່ສຸດເມື່ອປີທີ່ຜ່ານມາ, ແຕ່ຢ່າງໃດກໍຕາມໂຣນັລໂດ ຍັງຄອງຜູ້ຕິດຕາມໃນ IG ຫຼາຍທີ່ສຸດໃນໂລກເຖິງ 229 ລ້ານຄົນ ໃນປັດຈຸບັນ