ນະຄອນໄກສອນ ພົມວິຫານເປີດຂະບວນການ ອະນາໄມໃຫຍ່ກໍາຈັດແຫຼ່ງເພາະພັນຂອງຍຸຸງລາຍ

ໃນວັນທີ 8 ກໍລະກົດນີ້ ຫ້ອງການສາທາລະນະສຸກນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດໄດ້ຮ່ວມກັບອຳນາດການປົກຄອງບ້ານ ແລະ ປະຊາຊົນໃນບ້ານຕ່າງໆໃນເທສະບານ ໄດ້ເປີດຂະບວນການອະນາໄມໃຫຍ່ຂຶ້ນທີ່ບ້ານຊອດເພື່ອກໍາຈັດແຫຼ່ງເພາະພັນ ແລະ ໜອນນໍ້າຍຸງລາຍເພື່ອປ້ອງກັນການລະບາດຂອງພະຍາດໄຂ້ເລືອດທີ່ພວມເກີດຂຶ້ນຢ່າງຮ້າຍແຮງໃນປັດຈຸບັນຊຶ່ງທົ່ວແຂວງມີ ຜູ້ຕິດເຊື້ອທັງໝົດ 233 ກໍລະນີ ແລະ ໂຊກດີຍັງບໍ່ມີຜູ້ເສຍຊີວິດ,ໃນນີ້ ສະເພາະຢູ່ນະຄອນໄກສອນ ພົມວິຫານ ມີ 28 ກໍລະນີ ແລະ ຜ່ານມາ, ທາງນະຄອນ ກໍ່ໄດ້ເອົາໃຈໃສ່ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດດັ່ງກ່າວດ້ວຍຫລາຍວິທີການເປັນຕົ້ນແມ່ນການປຸກລະດົມທົ່ວສັງຄົມເອົາໃຈໃສ່ ປະຕິບັດຫລັກການ 5 ປໃຫ້ເຂັ້ມງວດ ໂດຍສະເພາະແມ່ນການທໍາລາຍແຫລ່ງເພາະພັນຂອງຍຸງລາຍໃນແຕ່ລະພື້ນທີ່, ແຕ່ຫນ້າເສຍດາຍໃນຜ່ານມາມີປະຊາຊົນຈໍານວນໜຶ່ງ ຍັງບໍ່ທັນເປັນເຈົ້າການໃນການເຂົ້າຮ່ວມຂະບວນການຢ່າງຈິງຈັງ ແລະຍັງບໍ່ທັນເຂົ້າໃຈໃນການປ້ອງກັນພະຍາດດັ່ງກ່າວ. ສະນັ້ນທາງການນໍໍານະຄອນ ກໍ່ໄດ້ມີແຜນສືບຕໍ່ປຸກລະດົມປະຊາຊົນໃນການປ້ອງກັນ ແລະແກ້ໄຂບັນຫາດັ່ງກ່າວ ໂດຍເນັ້ນໃສ່ສ້າງຄວາມເຂົ້າໃຈກ່ຽວກັບວຽກງານສຸຂະອະນາໄມຂອງປະຊາຊົນໃຫ້ກ້ວາງຂວາງກ່ວາເກົ່າ, ກ້າວໄປເຖິງການປັບໃໝຄອບຄົວທີ່ບໍ່ຮ່ວມມືຕໍ່ການສະກັດກັ້ນພະຍາດດັ່ງກ່າວ.

