ຜົນກະທົບໂຄວິດເຮັດໃຫ້ ນັກທ່ອງທ່ຽວຈຳປາສັກຫາຍ ຈາກ 1 ລ້ານ ເປັນ 1 ແສນ

ທ່ານ ໂສມ ບຸດຕະກຸນ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ 7 ກໍລະກົດ 2020 ນີ້ວ່າກ່ຽວກັບການກະຕຸ້ນການທ່ອງທ່ຽວ ວ່າ: ສຳລັບວຽກງານການທ່ອງທ່ຽວພາຍໃນແຂວງ ຄາດຄະເນ ປີ 2020 ຈະມີນັກທ່ອງທ່ຽວ 1 ລ້ານກວ່າຄົນ, ແຕ່ຍ້ອນຜົນກະທົບຂອງພະຍາດໂຄວິດ-19 ເຮັດໃຫ້ມີນັກທ່ອງທ່ຽວພຽງແຕ່ 1 ແສນກວ່າຄົນເທົ່ານັ້ນ, ເຊິ່ງແຜນການໃນຕໍ່ໜ້າ ພະແນກ ຖວທ ແຂວງຈຳປາສັກ ຈະໄດ້ເອົາໃຈໃສ່ສືບຕໍ່ໃຫ້ຄວາມຮູ້-ຄວາມເຂົ້າໃຈ ໃຫ້ປະຊາຊົນໂດຍຜ່ານສື່ທີ່ມີຢູ່ ເພື່ອກະຕຸ້ນການທ່ອງທ່ຽວ. ເມື່ອມາດຕະການຜ່ອນຄາຍລົງ ຂະແໜງການ ຖວທ ພວກເຮົາ ໄດ້ມີການຕິດຕາມກວດກາບັນດາແຫລ່ງທ່ອງທ່ຽວ ໂດຍຖືເອົາໂອກາດນີ້ ຄຸ້ມຄອງສະຖານທີ່ທ່ອງທ່ຽວ, ຕີຖອຍປະກົດການຫຍໍ້ທໍ້.
ພາຍຫລັງມາດຕະການຜ່ອນຜັນຂອງລັດຖະບານ ໄດ້ໂຍະຍານໃຫ້ສະຖານທີ່ທ່ອງທ່ຽວ ເປີດບໍລິການ ພວກເຮົາຈະໄດ້ມີການກະຕຸ້ນການທ່ອງທ່ຽວ ໂດຍກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ບັນດາສະມາຄົມ, ທຸລະກິດການທ່ອງທ່ຽວ ຈະຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນ ເປັນຕົ້ນແມ່ນ ການບໍລິການຂົນສົ່ງທາງນ້ຳ, ທາງບົກ ແລະ ການບໍລິການດ້ານອື່ນໆ ໃຫ້ມີຄວາມເຂັ້ມແຂງຂຶ້ນ.

