ນັກສຶກສາຕ່າງປະເທດທີ່ຮຽນຢູ່ສະຫະລັດ ອາດຈະຖືກສົ່ງກັບປະເທດ ຖ້າຫາກຮຽນທາງອອນລາຍ

ກົມພາສີ ແລະ ກົມ ຕມ (ICE) ຂອງສະຫະລັດໃຫ້ຮູ້ໃນວັນທີ 6 ກໍລະກົດນີ້ວ່າ: ນັກສຶກສາຕ່າງປະເທດທີ່ຮຽນຢູ່ສະຫະລັດ ອາດຈະຖືກສົ່ງກັບຄືນປະເທດ ຖ້າຫາກຮຽນທາງອອນລາຍ 100%.

ສຳນັກຂ່າວ CNN ໃຫ້ຮູ້ວ່າ ບໍ່ສະເພາະແຕ່ນັກສຶກສາຕ່າງປະເທດ ແຕ່ຫາກນັບທັງນັກສຶກສາທັງໝົດທີ່ຮຽນທາງ ອອນລາຍ ຢູ່ໃນສະຫະລັດ.

ນັກສຶກສາ ແມັກຊິກໂກ ຄົນໜຶ່ງ Valeria Mendiola ທີ່ມະຫາວິທະຍາໄລ Harvard ສະແດງຄວາມບໍ່ພໍໃຈອອກມາວ່າ: “ຖ້າຫາກວ່າຈະກັບປະເທດ ມັນກໍບໍ່ແມ່ນເລື່ອງຍາກສຳລັບຂ້ອຍ ແຕ່ນັກສຶກສາຕ່າງປະເທດຫຼາຍໆຄົນ ອາດຈະບໍ່ຄືຂ້ອຍ”.

ສະຫະລັດໄດ້ເງິນຈາກນັກສຶກສາຕ່າງປະເທດທີ່ຮຽນຢູ່ໃນສະຫະລັດເປັນຈຳນວນ 44 ຕື້ໂດລາໃນປີ 2018. ໃນນັ້ນ, ນັກສຶກສາຈີນມີຈຳນວນຫຼາຍກວ່າໝູ່, ອິນເດຍ, ເກົາຫຼີໃຕ້ ແລະ ຊາອູດີອາຣະເບຍ.

ທ່ານ ນາງ Brad Farnsworth ຜູ້ທີ່ເປັນຕົວແທນໃຫ້ແກ່ 1.800 ມະຫາວິທະຍາໄລ ແລະ ວິທະຍາໄລໃນສະຫະລັດໃຫ້ຮູ້ວ່າ: ການກຳນົດດັ່ງກ່າວກຳລັງເປັນທີ່ເຂົ້າໃຈຍາກ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແຕ່ລະໂຮງຮຽນໃນສະຫະລັດ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ tuoitre)