ສ. ເກົາຫຼີ ຈະອູດໜູນເງິນສຸກເສີນ ໃຫ້ບັນດາຫົວໜ່ວຍທຸລະກິດ ເພື່ອຕ້ານກັບເຊື້ອໄວຣັດ ໂຄໂຣນາ

ຮອງນາຍົກລັດຖະມົນຕີ Hong Nam-ki ຂອງ ສ. ເກົາຫຼີ ມີຄຳເຫັນຕໍ່ກອງປະຊຸມບັນດາລັດຖະມົນຕີເສດຖະກິດ ກ່ຽວກັບບັນຫາຕ້ານພະຍາດທາງເດີນຫາຍໃຈ ໂຄວິດ-19 ແລະ ກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງກັບການສົ່ງອອກຂອງຍີ່ປຸ່ນວ່າ: ລັດຖະບານ ສ. ເກົາຫຼີ ຈະຍືດເວລາເກັບອາກອນພື້ນຖານໂຄງລ່າງຂອງບໍລິສັດການບິນລາຄາຖືກ ຫຼື ທີ່ມີການຫຼຸດຖ້ຽວບິນລົງ ຍ້ອນການລະບາດຂອງພະຍາດໂຄວິດ ອອກໄປເປັນເວລາ 3 ເດືອນ.

ຕໍ່ກັບການຂົນສົ່ງທາງທະເລ ລັດຖະບານຈະມີກ້ອນທຶນອູດໜູນສຸກເສີນປະມານ 60 ຕຶ້ວອນໃຫ້ ຫຼື ເທົ່າກັບ 42,3 ຕື້ USD, ດ້ວຍດອກເບ້ຍ 1% ເພື່ອຊ່ວຍໃຫ້ພວກເຂົາດຳເນີນທຸລະກິດໄດ້.

ນອກຈາກນັ້ນ, ລັດຖະບານຍັງຈະອູດໜູນເງິນກູ້ຢືມປົກກະຕິ 3 ຕື້ວອນ ໃຫ້ຫຼາຍເປົ້າໝາຍເພີ່ມເຕີມ, ຍືດເວລາສຳລະສູງສຸດເປັນເວລາ 1 ປີ ຖ້າຫາກມີການສະເໜີຈາກຫົວໜ່ວຍທຸລະກິດ. ບັນດາບ້ານພັກ, ໂຮງແຮມຈະໂຈະເກັບອັດຕາພາສີຊັບສິນ. ສຳລັບຮ້ານອາຫານ ລັດຖະບານຈະຂະຫາຍເງິນອູດໜູນຂື້ນຕື່ມ, ຊຶ່ງໃນປັດຈຸບັນແມ່ນ 10 ຕື້ວອນ ແລະ ຈະຫຼຸດດອກເບ້ຍກູ້ຢືມລົງ 0,5%.

ຂ່າວ: ລູກເມືອງພວນ(ແຫຼ່ວຂ່າວ baoquocte)