ຊົມເຊີຍ 4 ນັກເຕະຈາກພາກເໜືອຜ່ານການຄັດເລືອກຮອບ 2 ລຸ້ນຮັບໃຊ້ ທີມຊາດລາວ ຢູ19

ອີງຕາມການລາຍງານຂອງສະຫະພັນບານເຕະແຫ່ງຊາດລາວໃຫ້ຮູ້ວ່າ: ສຕລ ພ້ອມດຽວທີມງານຄູຝຶກໄດ້ເດີນທາງ ຂຶ້ນໄປພາກເຫນືອເພື່ອຄັດເລືອກນັກເຕະ U-19 ທີມຊາດລາວຮອບທີ 2 ຫລັງກ່ອນຫນ້ານີ້ໃນຮອບທໍາອິດສາມາດຄັດ ນັກກິລາ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ຖືກຄັດເລືອກ ຈຳນວນ 19 ຄົນ ໃນຄັ້ງວັນທີ 11 – 12 ມັງກອນ 2020 ທີ່ຜ່ານມາ ສຕລ. ໄດ້ຄັດເລືອກຮອບທີສອງ ເຊິ່ງຈະມີຂຶ້ນໃນວັນທີ 03 – 04 ກໍລະກົດທີ່ຜ່ານມາ

ພາຍຫຼັງສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດລາຍຊື່ນັກກິລາບານເຕະ U-19 ທີ່ຜ່ານການຄັດເລືອກປະກອບມີ 4 ຄົນຄື:

  1. ສິນນະກອນ ກຸມະນີຄໍາ ຈາກ ແຂວງຫລວງພະບາງ
  2. ຊານະ ມະນີຜົນ ຈາກ ແຂວງຫລວງພະບາງ
    3. ຈຸ່ນ ມິດຕະພາບ ຈາກ ແຂວງຫລວງພະບາງ
    4. ທອງພັນ ບຸນປະເສີດ ຈາກ ແຂວງຫລວງພະບາງ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ມີລາຍການເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຈັດຂຶ້ນຢູ່ປະເທດອຸເບກິສຖານ AFC U-19 Championship Uzbekistan 2020 ຮອບສຸດທ້າຍ ຈັດຂຶ້ນໃນລະຫວ່າງວັນທີ 14 – 31 ຕຸລາ 2020.

ຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation.