ອົງການ NASA ຜະລິດສາຍຄໍ “ຕ້ານ” ໄວຣັສໂຄໂຣນາ

Daily Mail ໃຫ້ຮູ້ວ່າອົງການ ນາຊາ ໄດ້ຜະລິດສາຍຄໍຕ້ານໄວຣັສໂຄໂຣນາ. ຖ້າຜູ້ໃສ່ມັນຫາກຈະເອົາມືລູບໜ້າຕົນເອງແຕ່ລະຄັ້ງ ສາຍຄໍຈະເໜັງຕີງ ຫຼື ສັ່ນຂຶ້ນເພື່ອເຕືອນ. Daily Mail ໃຫ້ຮູ້ອີກວ່າ ເຄື່ອງປະດັບດັ່ງກ່າວ ຖືກອອກແບບ ແລະ ຜະລິດດ້ວຍເຄື່ອງພິມ 3D.

(ໜັງສືພິມ ລາວພັດທະນາ)

ເຄື່ອງປະດັບໃຊ້ແສງເລເຊີກຳມະລັງສີ ເພື່ອກ່າວເຕືອນຜູ້ໃສ່ບໍ່ໃຫ້ເອົາມືໄປໃກ້ປາກ-ດັງຂອງຕົນ ດ້ວຍສັນຍານເໜັງຕີງ ຫຼື ສັ່ນຂຶ້ນ.

ຈຸດປະສົງກໍເພື່ອສະກັດກັ້ນການຕິດເຊື້ອໃສ່ຕົນເອງ ແລະ ທັງເປັນການສະກັດກັ້ນບໍ່ໃຫ້ເກີດການແຜ່ລະບາດຂອງເຊື້ອພະຍາດໄປສູ່ຄົນອື່ນ.

ອົງການນາຊາຢໍ້າວ່າ ສາຍຄໍພິເສດດັ່ງກ່າວນີ້ ຍັງບໍ່ສາມາດປ່ຽນແປນຜ້າອັດປາກ-ດັງໄດ້ ແລະ ອຸປະກອນປ້ອງກັນການແພດອື່ນໆ ແຕ່ຫາກໃສ່ເພື່ອສົມທົບກັບອຸປະກອນເຫຼົ່ານັ້ນເພື່ອສະກັດກັ້ນ ແລະ ຕ້ານການຕິດເຊື້ອໄວຣັສ. ນັກຜະລິດຄິດແຕ່ງສາຍຄໍດັ່ງກ່າວຍັງກ່າວວ່າ ຈະຜະລິດອອກມາດ້ວຍຫຼາຍຮູບແບບຕື່ມອີກ.

ຂ່າວ: ລູກເມືອງພວນ(ແຫຼ່ງຂ່າວ congly)

(ໜັງສືພິມ ລາວພັດທະນາ)

 

 

  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ